ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-20 20:01:15    
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ມີ​ແຜນ​ເພິ່ມ​ກຳ​ລັງ​ທະ​ຫານ​ຢູ່​ອີ​ຣັກ

cri

ຕາມ​ຂ່າວCRI:ວັນ​ທີ19​ທັນວານີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່"ໜັງສື​ພິມ​ວໍ​ຊິງ​ຕັນ​ໂພສ໌",ທ່ານ​ຈັອດ ບຸ​ສ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ,ທ່ານ​ມີ​ແຜນ​ຈະ​ເພິ່ມ​ກຳ​ລັງ​ທະຫານ​ຢູ່​ອີຣັກ,​ເພື່ອ​ເຮັດ​ໃຫ້​ທະ​ຫານ​ອາ​ເມລິ​ກາສາ​ມາດ​ດຳ​ເນີນ​ສົງຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ເວ​ລາ​ຍາວ​ນານ.

ທ່ານ​ບຸ​ສ​ເວົ້າ​ວ່າ,ທ່ານ​ໄດ້​ຮຽກຮ້ອງ​​ໃຫ້​ທ່ານ​ໂລ​ເບີດ ​​ແກ​ສ໌ ລັດຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຜູ້​ໃໝ່​ວາງ​ແຜນລະ​ອຽດ​ທີ່​ຈະເພິ່ມທະວີ​ກຳລັງ​ທະ​ຫານ​ຢູ່​ອີຣັກ.ທ່ານ​ຊີ້​ອອກ​ວ່າ,ການ​ເພິ່ມ​ກຳລັງ​ທະ​ຫານ​ບໍ່ພຽງ​ແຕ່​ພິຈາລະ​ນາຕາມ​ສະຖາ​ນະ​ການ​ໃນ​ອີຣັກ​ເທົ່າ​ນັ້ນ,​​ແຕ່​ຍັງພິຈາ​ລະນາ​ຈາກ​ສະພາບ​ການ​ໂຈມ​ຕີກຸ່ມ​ອິສລາມ​ຫົວ​ຮຸນ​ແຮງໃນ​ທົ່ວ​ໂລກ.

ຕາມ​ຂ່າວ​ລາຍ​ງານ​ວ່າ,​ເຈົ້າ​ໜ້າ​ທີ່​ທຳນຽບ​ຂາວ​ສະ​ເໜີ​ຢ່າງ​​​ແຂງແຮ​ງ​ໃຫ້​ເພິ່ມທະ​ຫານ1​ໝື່ນ5​ພັນ​ ຫາ 3ໝື່ນ​ຄົນ​ຢູ່​ອີຣັກ.​ແຕ່​ກອງ​ປະຊຸມ​ປະສົມ​ເສ​ນາທິການ​ໄດ້​ເປັນ​ເອກະສັນ​ກັນຄັດ​ຄ້ານ​ຂໍ້​ສະ​ເໜີດັ່ງ​ກ່າວ,​ເຫັນ​ວ່າ,ຈົນ​ຮອດ​ປັດຈຸບັນ,ທຳນຽບ​ຂາວ​ຍັງ​ກຳນົດ​ໜ້າ​ທີ່​ຂອງ​ທະ​ຫານ​ທີ່​ຈະ​ເພິ່ມຂຶ້ນ​ໃໝ່​ນັ້ນ​ບໍ່​ລະ​ອຽດ​ເທື່ອ.

ຂ່າວ​ແຈ້ງຕື່ມ​ວ່າ,ວັນ​ທີ19​ທັນວານີ້​,ທ່ານ​ລົບ ພົດ​ແມນ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ ບໍລິ​ຫານ​ແລະ​ງົບປະ​ມານ​ຂອງ​ທຳນຽບ​ຂາວກ່າວ​ວ່າ,​ໃນ​ປີ​ການ​ເງິນ​2007ທີ່​ເລິ່ມ​ແຕ່​ວັນ​ທີ1​ຕຸລາ​,ງົບປະມານ​ທີ່​ໃຊ້​ໃນ​ສົງຄາມ​ອີຣັກ​ຂອງ​ອາ​ເມ​ລິ​ກາ​ຄາດ​ວ່າ​ຈະ​ຫຼາຍ​ກວ່າ110​ຕື້​ໂດ​ລາ.