ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-24 18:43:28    
ທ່ານ​ໂອນ​ເມີດ​ເຫັນ​ດີ​ມອບ​ເງິນ​ພາ​ສີ​ອາ​ກອນ​100​ລ້ານ​ໂດ​ລາ​ທີ່​ອິສ​ຣາ​ແອນ​ຊ່ວຍ​ເກັບ​ແທນ​ປາ​ເລັສ​ຕິນ​ນັ້ນ​ໃຫ້​ທ່ານ​ອັບ​ບັສ

cri
ຕາມ​ຂ່າວCRI,ວັນ​ທີ23​ທັນວາ​ນີ້,ຢູ່​ສຳນັກ​ງານນາຍົກ​ລັດຖະມົນຕີ​ອິສຣາ​ແອນ​ທີ່ເຢລູຊາ​ເລມ ທ່ານ​ເອຮຸດ ​ໂອນ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ໄດ້​ເຈລະຈາ​ກັບ​ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງຊາດ​ປາ​ເລັສຕິນ.

ພາຍຫຼັງ​ການ​ເຈລະຈາ​ສິ້ນ​ສຸດ​ລົງ​ແລ້ວ,ທ່ານ​ຊາ​ອິບ ​ເອ​ເລ​ຄັດ ຜູ່​ແທນ​ເຈລະຈາ​ຜູ່​ທີ​ໜຶ່ງ​ຂອງ​ປາ​ເລັສຕິນ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ,ທ່ານ​ໂອນ​ເມີດ​ໄດ້​ເຫັນ​ດີ​ມອບ​ເງິນ​ພາ​ສີ​ອາ​ກອນ​ຈຳ​ນວນ​100​ລ້ານ​ໂດ​ລາທີ່​ອິສຣາ​ແອນ​ຊ່ວຍ​ເກັບ​ແທນ​ປາ​ເລັສ​ຕິນ​ນັ້ນ​ໃຫ້​ຝ່າຍ​ປາ​ເລັສ​ຕິນ.​ທ່ານ​ໂອນ​ເມີດ​ຍັງ​ເຫັນ​ດີ​ຍົກ​ເລີກ​ສະ​ຖາ​ນີ​ກວດ​ກາ​ຂອງ​ທະ​ຫານ​ອິສ​ຣາ​ແອນ​ຈຳ​ນວນ​ໜຶ່ງ​ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ເພື່ອ​ອຳ​ນວຍ​ຄວາ​ມ​ສະ​ດວກ​ໃຫ້​ແກ່​ການ​ສັນ​ຈອນ​ຂອງ​ຊາວ​ປາ​ເລັສຕິນ.

ທ່ານ​ເອ​ເລ​ຄັດ​ຍັງ​ກ່າວ​ວ່າ,ຜູ່​ນຳ​ ​ສອງ​ຝ່າຍ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ໃນ​ບັນຫາ​ແລກປ່ຽນ​ຄົນ​ໂທດ.ສອງ​ຝ່າຍ​ຕົກລົງ​ຈະ​ເຈລະຈາ​ກັນ​ອີກ​ເພື່ອ​ຫາ​ລື​ບັນ​ຫາ​ດັ່ງ​ກ່າວ.

ຕັ້ງ​ແຕ່​ອົງການ​ຂະ​ບວນການ​ອິສລາມ​ປາ​ເລັສຕິນ​ຕໍ່​ຕ້ານ​ຫຼື​ຮາ​ມາສ​ຂຶ້ນ​ກຳ​ອຳ​ນາດ​ໃນ​ຕົ້ນ​ປີ​2006​ມາ​ນີ້,ອິສຣາ​ແອນ​ໄດ້​ກັກ​ເງິນ​ພາ​ສີ​ອາ​ກອນ​ລວມ​500​ລ້ານ​ໂດ​ລາ​ທີ່​ອິສຣາ​ແອນ​ເກັບ​ແທນ​ປາ​ເລັສ​ຕິນ.