ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-25 15:52:34    
ເອ​ຢິບ​ແລະ​ຣັດ​ເຊຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ຜູ່​ນຳ​ປາ​ເລັສ​ຕີນ​ກັບ​ອິສ​ຣາ​ແອນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 24 ທັນວາ​ນີ້ ທ່ານ​ອານ​ເມັດ ອາ​ບູ ​ເກັດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ເອຢິບ​ແລະ​ທ່ານ​ແມັກ​ໄກ ຄາ​ມາຍ​ນິນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ທ່ານ​ເອຮຸດ ​ໂອ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ກັບ​ທ່ານ​ອາ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ຈັດ​ຂຶ້ນໃນ​ວັນ​ທີ 23 ທັນວາ​ນີ້,ພວກ​ທ່ານ​ເຫັນ​ວ່າ ການ​ກະທຳ​ດັ່ງກ່າວ​ຈະ​ຊ່ອຍ​ສອງ​ຝ່າຍ​ໃຊ້​ມາດ​ຕະການ​ອັນຕັ້ງ​ໜ້າ​ເພື່ອ​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່,ອາດ​ຈະ​ຊຸກຍູ້​ໃຫ້ສອງ​ຝ່າຍ​ບັນລຸສັນຕິພາບ​ທີ່​ຄອງ​ຄອຍ​ມາ​ດົນ​ນານ​ແລ້ວ.

ທ່ານ​ອາ​ບູ​ ​ເກັດ​ຮຽກຮ້ອງ​ຝ່າຍ​ອິສຣາ​ແອນ​ໃຊ້​ມາດ​ຕະການ​ຕົວ​ຈິງ,ຫຼຸດ​ຄວາມ​ເດືອດຮ້ອນຂອງ​ປະຊາຊົນ​ປາ​ເລັສຕີນ.ທ່ານ​ກ່າວ​ເນັ້ນວ່າ,​ເອຢິບ​ສະໜັບສະໜູນ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ທີ່​ໝາຍຈະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປາ​ເລັສຕີນ​ໃຫ້​ດີ​ຂຶ້ນ.ທ່ານ​ຄາ​ມາຍ​ນິນ​ອອກ​ຖະ​ແຫຼ​ງການ​ກ່າ​ວວ່າ,ຝ່າຍຣັດ​ເຊຍ​ຫວັງ​ໃຫ້ສັນຍາ​ທີ່​​​ສອງ​ຝ່າຍ​​ເຊັນ​ກັນ​ໃນ​ການ​ພົບ​ປະກັນ​ຫວ່າງ​ມໍ່ໆ​ນີ້​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຕັມທີ່.ຣັດ​ເຊຍ​ຫວັງ​ໃຫ້​ກຳລັງ​ການ​ເມືອງ​​ຕ່າງໆ​ຂອງ​ອິສຣາ​ແອນ​​ແລະປາ​ເລັສຕີນ ພ້ອມ​ດ້ວຍຝ່າຍຕ່າງໆ​ທີ່​ກ່ຽວຂ້ອງ​ຢູ່​​ເຂດ​ແຄວ້ນ​ນີ້ ລ້ວນ​ແຕ່​ຕັ້ງໜ້າ​ສະໜັບສະໜູນ​ສັນຍາ​ທີ່​ຜູ່​ນຳ​ອິສຣາ​ແອນ​ປາ​ເລັສຕີນ​ເຊັນ​ກັນ​ໃນ​ການ​ພົບ​ປະກັນຄັ້ງນີ້,​ເພາະວ່າ​ສັນຍາ​ດັ່ງ່າວ​ສອດຄ່ອງ​ກັບ​ຜົນ​ປະ​​ໂຫຍ​ດຍາວ​ໄກ​ຂອງ​ສອງ​ຝ່າຍອິສຣາ​ແອນ​ປາ​ເລັສຕີນ.