ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-26 15:41:05    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ອະ​ນຸ​ມັດ​ໃຫ້​ມ້າງ​ປ້ອມ​ຍາມ​ຂອງ​ກອງ​ທະ​ຫານ​ອິສ​ຣາ​ແອນ​27​ບ່ອນ​ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri
ຕາມ​ຂ່າວCRI,ວັນ​ທີ25​ທັນວາ​ນີ້,ທ່ານ​ເອຮຸດ ​ໂອນ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ໄດ້​ອະ​ນຸ​ມັດ​ໃຫ້​ມ້າງ​ປ້ອມ​ຍາມ​ຂອງ​ກອງ​ທະ​ຫານ​ອິສ​ຣາ​ແອນ​27​ບ່ອນ​ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.

ທ່ານເອັບ​ຣາອິມ ​​ສ​ະ​ເນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ປັນ​ປະ​ເທດ​ອິສ​ຣາ​ແອນ​ເປີດ​ເຜີຍ​ວ່າ,​ວັນ​ທີ​25​ທັນ​ວາ​ນີ້,​ທ່ານ​ໂອນ​ເມີດ​ໄດ້​ຮັບ​ຮອງ​ຂໍ້​ສະ​ເໜີ​ຂອງ​ທ່ານ​ອາ​ເມີ​ເປ​ເລັສ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່ຽວ​ກັບ​ຜ່ອນ​ຄາຍ​ການ​ຈຳ​ກັດ​ຊາວ​ປາ​ເລັສ​ຕິນ.​ນອກ​ຈາກ​ສະ​ເໜີ​ໃຫ້​ມ້າງ​ປ້ອມ​ຍາມ​27​ບ່ອນ​ແລ້ວ,​ຂໍ້​ສະ​ເໜີ​ຍັງ​ຮຽກ​ຮ້ອງ​ໃຫ້​ປ້ອມ​ຍາມ​ສຳ​ຄັນ​ແຫ່ງ​ຕ່າງໆ​ຜ່ອນ​ຄາຍ​ຄວາມ​ເຂັ້ມ​ງວດ​ໃນ​ການ​ກວດ​ກາ​ຄວາມ​ປອດ​ໄພ​ຕໍ່​ລົດ​ຂອງ​ປາ​ເລັສ​ຕິນ,​ແລະ​ເຮັດ​ໃຫ້​ປະ​ລິ​ມານ​ສິນ​ຄ້າ​ທີ່​ເຂົ້າ​ອອກ​ເຂດ​ກາ​ຊາ​ນັ້ນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ກ່າວ​ວ່າ,ປັດຈຸ​ບັນ,​ກອງ​ທະ​ຫານ​ອິສ​ຣາ​ແອນ​ມີ​ປ້ອມ​ຍາມ​ປະ​ມານ​400​ບ່ອນ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.​ໃນ​ເວລາ​ເຈ​ລະ​ຈາ​ກັບ​ທ່ານ​ອັບ​ບັສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໃນ​ທ້າຍ​ສັບ​ປະ​ດາ​ນີ້,​ທ່ານ​ໂອນ​ເມີດ​ປະ​ກາດ​ວ່າ,​ເພື່ອ​ສະ​ໜັບ​ສະ​ໜູນ​ທ່ານ​ອັບ​ບັສ,​ອິສ​ຣາ​ແອນ​ຈະ​ມ້າງ​ປ້ອມ​ຍາມ​ສ່ວນ​ໜຶ່ງ.