ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-27 18:13:30    
ທະ​ຫານ​ອິສ​ຣາ​ແອນ​ຈະ​ຟື້ນ​ຟູ​​ການ​ໂຈມ​ຕີ​ຜູ່​ປະ​ກອບ​ອາວຸດ​ປາ​ເລັສ​ຕີນ​ທີ່​ຍິງ​ຈະ​ຫຼວດ

cri Author: da
ຕາມ​ຂ່າວCRI: ວັນ​ທີ 27 ທັນວາ​ນີ້ ອິສຣາ​ແອນ​ຕົກລົງ​ຈະ​ຟື້ນ​ຟູ​ການໂຈມ​ຕີ​ຜູ່​ປະກອບ​ອາວຸດ​ປາ​ເລັສຕີນ​ທີ່​ຍິງ​ຈະ​ຫຼວດ​ໃສ່​ອິສຣາ​ແອນ.

ມື້​ດຽວ​ກັນ ທ່ານ​ເອຮຸດ ​ໂອນ​ເມິ​ດ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ,ທ່ານ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​​ແລ້ວວ່າ,ຈະ​ໂຈມ​ຕີຜູ່​ປະກອບ​ອາວຸດປາ​ເລັສຕີນທີ່​ຍິງ​ຈະ​ຫຼວດ​ໃສ່​ອິສຣາ​ແອນ.

ພ້ອມ​ກັນນັ້ນ ທ່ານ​ໂອ​ນ​ເມິ​ດກ່າວ​ວ່າ,ອິສຣາ​ແອນ​ຈະ​ສືບ​ຕໍ່​​ຢຸດ​ຍິງ​ກັນ,​ແລະ​ຮ່ວມ​ມື​ກັບ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ,​ເພື່ອ​ຫຼຸດ​ການ​ໂຈມ​ຕີ​ຂອງຜູ່​ປະກອບ​ອາວຸດ​​ປາ​ເລັສຕີນ.

ວັນ​ທີ 26 ທັນວາ​ນີ້ ຜູ່​ປະກອບ​ອາວຸດ​ປາ​ເລັສຕີນ​ໄດ້​ຍິງ​ຈະ​ຫຼວດ​ໃສ່​ເມືອງ​ສ​ເຕຣົດຢູ່​ເຂດ​ຊາຍ​ແດນ​ອິສຣາ​ແອນ,​ເປັນ​ເຫດ​ເຮັດ​ໃຫ້​ເດັກນ້ອຍ 2 ຄົນ​ບາດ​ເຈັບ.