ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-02 20:11:25    
ຫ້ອງ​ການ​ຜູ້​ນຳ​ພັກ​ການ​ເມືອງ​ຫ້ອງ​ໜຶ່ງ​ຂອງ​ອີ​ຣັກ​ຖືກ​ທະ​ຫານ​ອາ​ເມ​ລິ​ກາ​ໂຈມ​ຕີ6ຄົນ​ຖືກ​ຍິງ​ຕາຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ1​ມັງ​ກອນ,ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ອອກ​ຖະ​ແຫຼງ​ການ​ວ່າ,ຕອນ​ເຊົ້າ​ມື້​ດຽວ​ກັນ,ທະ​ຫານ​ອາ​ເມ​ລິ​ກາ​ໄດ້​ໂຈມ​ຕີ​ບ່ອນ​ໜຶ່ງ​ທີ່​ຖືກ​ສົງ​ໄສ​ເປັນສະ​ຖານີ​ເຄື່ອນ​ໄຫວ​ຂອງອົງການ​ອານ​ໄກ​ດາ ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ແບັກ​ແດັດຢ່າງ​ກະທັນຫັນ,​ແລະ​ຍິງ​ກັນ​ຢ່າງ​ຮຸນ​ແຮງ​ກັບຜູ້​ປະກອບ​ອາວຸດ​ໃນ​ເຮືອນ,ຍິງ​ຕາຍ​6ຄົນ,ຈັບ​​ໄດ້ຜູ້​ໜຶ່ງ.

ຖະ​ແຫຼ​ງການ​ກ່າວ​ວ່າ,ການ​ໂຈມ​ທີ​ຢ່າງກະ​ທັນຫັນ​ຂອງ​ທະຫານ​ອາ​ເມ​ລິ​ກາ​ເກີດ​ຢູ່ບ່ອນ​ໃກ້​ກັບ​ຫ້ອງການ​ຂອງ​ທ່ານ​ຊາ​ລີ ອານ-​ມຸດ​ທະລາ​ກ ຜູ້ນຳ​ຄະນະ​ກຳມະການສົນທະນາ​ແຫ່ງ​ຊາດ​ອີຣັກຂອງ​ພັກ​ການ​ເມືອງນິກາຍ​ຊູ​ນີ.

ແຕ່​ທ່ານ​ອານ-​ມຸດ​ທະລາ​ກ​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ,​ເປົ້າ​ໝາຍ​ໂຈມຕີ​ຂອງ​ທະຫານ​ອາ​ເມ​ລິ​ກາ​ແມ່ນ​ຫ້ອງການ​ຂອງ​ທ່ານ, ໃນ​ເຮືອນ​ຫຼັງ​ໜຶ່ງ​ມໍ່​ກັບ​ຫ້ອງການ​ໝົດ​ຄອບຄົວ4​ຄົນຖືກ​ຍິງ​ຕາຍ​,​ໃນ​ນັ້ນ,​ມີ​ເດັກ2​ຄົນ.