ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-03 18:13:00    
ເສ​ນາ​ທິ​ການ​ສູງ​ສຸດ​ກອງ​ທັບ​ອິສ​ຣາ​ແອນ​ຮັບ​ຮອງ​ວ່າ​ທະ​ຫານ​ອິສ​ຣາ​ແອນ​ເສຍ​​ໄຊ​ໃນ​ສົງ​ຄາມ​ອິສ​ຣາ​ແອນ-​ລີ​ບັງ

cri

ຕາມ​ຂ່າວCRI:ວັນ​ທີ2​ມັງກອນ,ທ່ານ​ແດນ ຮາ​ລຸ​ສ ເສນາ​ທິການ​ສູງ​ສຸດກອງປ້ອງ​ກັນ​ຊາດ​ອິສຣາ​ແອນ​ໄດ້ຮັບ​ຮອງຢ່າງ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ​ວ່າ,ທະຫານ​ອິສ​ຣາ​ແອນ​ໄດ້​ເສຍ​​ໄຊ​ໃນ​ສົງ​ຄາມ​ອິສຣາ​ແອນ-​ລີ​ບັງທີ່​​ເກີດ​ຂຶ້ນໃນ​ລະດູ​ຮ້ອນປີ2006​.

ມື້​ດຽວ​ກັນ,​ໃນ​ເວລາ​ສະຫຼຸບ​ການ​ສຳ​ຫຼວດ​ກ່ຽວ​ກັບ​ສົງ​ຄາມ​ຂອງ​ທະຫານ​ອິສ​ຣາ​ແອນ​ຕໍ່​ສື່​ມວນ​ຊົນ,ທ່ານ​ຮາ​ລຸ​ສກ່າວ​ວ່າ,​ໃນ​ການ​ປະ​ທະ​ກັນ​ກັບພັກ​ເຮັສ​ໂບລາລີ​ບັງ,ອິສຣາ​ແອນ​ບໍ່​ໄດ້ບຸນ​ລຸ​ເປົ້າ​ໝາຍ​ໃດໆທີ່​ຄາດ​ໄວ້,ຈົນ​ຮອດ​ສົງຄາມສິ້ນ​ສຸດລົງ​,ກໍ່ບໍ່​ໄດ້​ຫຼຸດຈຳ​ນວນ​ລູກ​ສອນ​ໄຟ​ໄລຍະສັ້ນ​ທີ່ພັກ​ເຮັສ​ໂບລາ​ຍິງ​ສູ່​ອິສຣາ​ແອນ​ນັ້ນ​ໃຫ້​ໜ້ອຍ​ລົງ.​ແຕ່ທ່ານ​ຮາ​ລຸ​ສ​ເວົ້າ​ວ່າ,ທະ​ຫານ​ອິສຣາ​ແອນ​ໄດ້​ເຮັດ​ໃຫ້​ພັກ​ເຮັສ​ໂບລາ​ສາຍ​ຫາຍ​ສາຫັດ,​ພ້ອມ​ກັນ​ນັ້ນ,​ໃນ​ສົງຄາມ​34ມື້,​ໄດ້​ຍິງ​​ຜູ້​ປະກອບ​ອາວຸດ​ພັກ​ເຮັສ​ໂບລາ​ຕາຍ​ຫຼາຍຮ້ອຍ​ຄົນ.

ອິສ​ຣາ​ແອນ​ແລະ​ພັກ​ເຮັສ​ໂບລາ​ລີ​ບັງ​ເລິ່ມ​ເກີດການ​ປະ​ທະ​ກັນ​ທາງ​ທະ​ຫານ​ຢ່າງ​ຂະ​ໜາດ​ໃຫຍ່​ໃນ​​ເດືອນ​ກໍລະ​ກົດ​ປີ​2006,​ເຮັດ​ໃຫ້​ອິສຣາ​ແອນ​​ແລະ​ລີ​ບັງ​​ເປັນ​ພັນຄົນ​ເສຍ​ຊີວິດ.ມວນຊົນ​ອິສຣາ​ແອນ​ເຫັນ​ວ່າ,​ໃນການ​ປະ​ທະ​ກັນ​ ​ເທື່ອ​ນີ້,ທະຫານ​ອິສຣາ​ກອນ​ໄດ້​ເສຍ​ໄຊ.