ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-07 20:27:09    
ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ເລື່ອນ​ເວ​ລາ​ປະ​ຫານ​ຊີ​ວິດ​ຜູ້​ຕ້ອງ​ໂທດ​ໃນ​ຄະ​ດີ​ຊັດ​ດາມ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ6​ມັງກອນ,ທ່ານ​ບານ​ກີ​ມູນ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ອີຣັກ​ເລື່ອນ​ເວລາ​ປະຫານ​ຊີວິດ​ຜູ້​ຕ້ອງ​ໂທດ​ສອງ​ຄົນ​ໃນ​ຄະດີ​ຊັດ​ດາມ ອະດີດ​ປະທາ​ນາທິບໍດີ​ອີຣັກ.

ມື້​ດຽວ​ກັນ,ທ່ານ​ວິ​​ແຈ ນາມ​ເບຍ ຫົວ​ໜ້າ​ຫ້ອງ​ການ​ທ່ານ​ບານ​ກີ​ມູນ​ໄດ້ຝາກ​ຈົດ​ໝາຍ​ໄປຍັງ​ຄະ​ນະຜູ້​ຕາງໜ້າ​ອີຣັກ​ປະຈຳ​ສະຫະ​ປະຊາ​ຊາດ,ກ່າວ​ລື້​ມວ່າ​ ທ່ານ​ບານ​ກີ​ມູນ​ສະ​ໜັບ​ສະໜູນ​ຄຳຮຽກ​ຮ້ອງທີ່​ເຕືອນ​ໃຫ້​ລັດຖະບານ​ອີຣັກ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້​ໃນ​ເວລາ​ປະຕິ​ບັດການ​ຕັດ​ສິນ​ປະຫານ​ຊີວິດ​ຂອງ​ສານ​ຊັ້ນ​ສູງ​ອີຣັກ ທີ່​ທ່ານ​ນາງ​ລູອິສ ອາ​ບົວ ຂ້າ​ຫຼວງ​ຊັ້ນ​ສູງ​ວຽກ​ງານ​ມະນຸດສະ​ທຳສະ​ຫະ​ປະຊາ​ຊາດ​ສ​ະ​ເໜີ​ອອກ​ມາໃນ​ວັນ​ທີ4​ມັງກອນ​ນີ້.

ວັນ​ທີ4ມັງ​ກອນ,​ໂທລະພາບ​ອີຣັກລາຍ​ງານ​ວ່າ,ທ່ານ​ບາ​​ແຊນ​ ອີ​ບຼາຮິມ ອານ​-ດີກຸຍດີ ອະດີດ​ຫົວໜ້າ​ກົມຂ່າ​ວກອງ​ອີຣັກ​ແລະທ່ານ​ອາ​ວັດ ອາ​ຮຳ​ດ໌ ອານ​-ບານ​ດາອະ​ດີດ​ຫົວ​ໜ້າຜູ້​ພິ​ພາກ​ສາຂອງ​ສານ​ປະຕິວັດ ​ເຊິ່ງ​ເປັນອ້າຍ​ນ້ອງ​ຂອງ​ຊັດ​ດາມ ຈະຖືກ​ແຂວນ​ຄໍ​ຕາຍ​ໃນ​ວັນ​ທີ7​ມັງກອນ.