ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-09 15:43:28    
ທ່ານ​ວັງ​ກວາງ​ຢ້າ​ຊີ້​ແຈ້ງ​ທັດ​ສະ​ນະ​ຂອງ​ຈີນ​ກ່ຽວ​ກັບ​ການ​ຍົກ​ສູງ​ບົດ​ບາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ

cri Author: da
ຕາມ​ຂ່າວCRI:​ ວັນ​ທີ 8 ມັງກອນ​ນີ້ ທ່ານ​ວັງ​ກວາງ​ຢ້າ ຜູ່​ຕາງໜ້າຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ເຜີຍ​ແຜ່​ສະພາບຄວາມ​ປອດ​ໄພ​ສາກົນ​ທີ່​ຈັດ​​ໂດຍສະພາ​ຄວາມ​ໝັ້ນຄົງ,ຊີ້​ແຈ້ງ​ທັດສະນະຂອງ​ຈີນ​ກ່ຽວ​ກັບ​ການຍົກ​ສູງບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ.

ທ່ານ​ວັງ​ກວາງ​ຢ້າ​ເວົ້າວ່າ,​ໃນ​ຖານະ​ເປັນກົນ​ໄກ​​ແຫ່ງຄວາມ​ປອດ​ໄພ​ໝູ່​ຄະນະ,ສະພາ​ຄວາມ​ໝັ້ນຄົງ​ພວມ​ປະ​ເຊີນກັບ​ສະພາບ​​ແວດ​ລ້ອມ​ສາກົນ​ທີ່ມີ​ການ​ປ່ຽນ​ແປງ​​ຢ່າງ​ບໍ່​ຢຸດ​ຢັ້ງແລະ​ສິ່ງທ້າ​ທາຍ​ທີ່​ຂ້ຽວຂາດຈາກ​ຫຼາຍ​ບັນຫາ​ໃນ​ສະຕະວັດ​ໃໝ່.ຕໍ່​ເລື່ອງ​ນີ້ ຝ່າຍ​ຈີນ​ເຫັນ​ວ່າ,ກ່ອນ​ອື່ນ ຕ້ອງ​ຍຶດໝັ້ນ​ແລະ​ເສີມ​ຂະຫຍາຍ​ທັດສະນະ​ຄະດີ​ຂອງ​ລັດທິ​ຫຼາຍ​ຝ່າຍ,ປົກ​ປັກ​ຮັກສາ​ອິດ​ທິພົນ​ຂອງ​ສະພາ​ຄວາມ​ໝັ້ນຄົງ.​ຕໍ່ບັນຫາ​ສຳຄັນ​ທີ່​ກ່ຽວຂ້ອງ​ກັບ​ສັນຕິພາບ​ແລະ​ຄວາມ​ປອດ​ໄພ,ຄວນ​ໃຫ້​ສະພາ​ຄວາ​ມ​ໝັ້ນຄົງພິຈາລະນາ​ຕາມ​ສະພາບ​ຕົວ​ຈິງ,​​ແລະ​ໃຊ້​ການ​ເຄື່ອນ​ໄຫວ​ເປັນ​ໝູ່​ຄະນະ​​ໂດຍອີງ​ຕາມ"ກົດ​ບັດ​ສະຫະ​ປະຊາ​ຊາດ".

ທ່ານ​ວັງ​ກວາງ​ຢ້າຍັງ​ກ່າວ​ເນັ້ນວ່າ,ສະພາ​ຄວາມ​ໝັ້ນຄົງ​ຄວນ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ,ຮັບ​ຟັງ​ຄວາມ​ເຫັນ​ແລະ​ຄວາມ​ສົນ​ໃຈຂອງ​​ປະ​ເທດ​ທີ່ບໍ່​​ແມ່ນສະມາຊິກສະພາ​ຄວາມ​ໝັ້ນຄົງ ​ໂດຍ​ສະ​ເພາະ​ແມ່ນປະ​ເທດ​ກ່ຽວຂ້ອງ,ພ້ອມ​ກັນນັ້ນກໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ກັບ​ອົງການ​ຈັດຕັ້ງພາກ​ພື້ນ​ອື່ນໆ​ທີ່​ກ່ຽວຂ້ອງ​,ດັດ​ແກ້​ວິທີ​​ເຮັດ​ວຽກ​ຂອງ​ຕົນ​ຕື່ມ​ອີກ,​ເພື່ອຍົກ​ສູງ​ປະສິດທິພາບ.