ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-11 10:15:42    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ຊຽນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ບັນຫາ​ເຊັນ​ສັນ​ຍາ​ຕ້ານ​ການ​ກໍ່​ການ​ຮ້າຍ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 10 ມັງກອນ​ນີ້, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງບັນດາ​ປະ​ເທດ​ສະມາຊິກ​ສະ​ຫະພັນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫລື​ອາຊ​ຽນ​ໄດ້​ເຂົ້າຮ່ວມ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ເພື່ອ ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ​ບູ ພາກ​ກາງຂອງ​ຟິລິບ​ປິນ,​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ເຊັນ​ສັນຍາ​ຕ້ານ​ການກ​ກໍ່​ຮ້າຍ,ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ຮອບ​ໂດ​ຮາ​ຂອງ​ອົງ​ການ​ການ​ຄ້າ​ໂລກ ແລະ​ບັນ​ຫາ​ບັນ​ລຸ​ສັນ​ຕິ​ພາບ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ເຫນືອ,​ແລະ​ໄດ້​ກ້າວ​ເຖີງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ.

​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຫລັງ​ງານ​ລ້ຽງ,ທ່ານ​ອາ​ເບີ​ໂທ.​ໂຣມູ​ໂຣ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ​ເວົ້າ​ວ່າ, ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ທັງ​ຫລາຍ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໂດຍທົ່ວໄປ ກ່ຽວ​ກັບ​ການ​ເຊັນ​ສັນຍາ​ຕ້ານ​ການ​ກໍ່​ການ​ຮ້າຍ​,ຜູ່​ນຳ​ບັນ​ດາ​ປະ​ເທດ​ອາ ຊຽນ​ຈະ​ເຊັນ​ເອ​ກະ​ສານ​ນີ້​ໃນ​ກອງ​ປະຊຸມ​ສຸດ​ຍອດ.

ນອກ​ນີ້,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ຍັງ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ບັນ​ຫາ​ຫລຸດ​ພົ້ນ​ຄວາມ​ທຸກ​ຍາກ​ໄພ​ພິ​ບັດ,ຜົນ​ສະ​ທ້ອນ​ຂອງ​ໂລກາ​ວິ​ວັດ​ຕໍ່​ສັງຄົມ,​ແຜນຜັງ​ກົດ​ບັດ​ອາຊຽນ,ການ​ເຈ​ລະ​ຈາ​ຂອງ​ອົງການ​ການ​ຄ້າ​ໂລກ ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ຂອງ​ອາຊີ​ອາ​ຄະ​ເນ,ສັນຍາ​ການ​ຄ້າ​ເສລີ ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ເອດ໊​ແລະ​ບັນຫາ​ນິວ​ເຄຼຍຂອງ​ແຫລມ​ເກົາຫລີ​ເປັນຕົ້ນ.