ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-14 18:12:03    
ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​​ແລະ​ເສີມ​ສ້າງ​ການ​ພົວ​ພັນ​ຄູ່​ຂາຍຸດ​ທະ​ສາດ​ກັບ​ອາ​ຊຽນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 14 ມັງກອນ, ຢູ່​ເຊ​ບູ​ແຫ່ງ​ຟີ​ລິບ​ປິນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ​ໃນ​ປີ​ໃໝ່​ນີ້, ຈີນ​ຍິນ​ດີ​ພ້ອມ​ກັບ​ອາ​ຊຽນສືບ​ຕໍ່​ເພີ່ມ​ທະວີ​​ແລະ​ເສີມ​ສ້າງການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຈີນ​ອາຊຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ກ້າວ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ​ໃຕ້​ການ​ຊີ້​ນຳ​ຂອງ"ຖະ​ແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາ​ຊຽນ".

ທ່ານ​ເວີ່ນ​​ເຈຍ​ປາວ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຜູ້ນຳ​ຈີນ​ອາ​ຊຽນຄັ້ງທີ 10. ທ່ານ​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ​ດ້ານ​ຍຸດ​ທະ​ສາດ​ຂອງ​ຜູ້ນຳ​ສອງ​ຝ່າຍ​ໃນ​ເວທີ​ສາກົນ​ແລະ​ພາກ​ພື້ນ​ເຊັ່ນ: ການ​ຮ່ວມ​ມື​ຢູ່​ອາຊີ​ຕາ​ເວັນ​ອອກ, ອົງການ​ອາ​ເປັກ, ກອງ​ປະຊຸມ​ອາຊີ​​ເອີ​ລົບ, ​ແລະ​ສະຫະ​ປະຊາ​ຊາດ​ເປັນຕົ້ນ, ​ເລັ່ງລັດ​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ຂອງ​ສອງ​ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ​ໂຈມ​ຕີ​ອາ​ຊະ​ຍາ​ກຳຂ້າມ​ຊາດ, ຄວາມ​ປອດ​ໄພ​ເທິງ​ທະ​ເລ, ຫຼຸດ​ໄພ​ກູ້​ໄພ, ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ຕິດ​​ແປດ, ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ.

ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ກ່າວ​ວ່າ, ຝ່າຍ​ຈີນ​ຕັ້ງໜ້າ​ສະໜັບສະໜູນ​ການ​ສ້າງ​ປະຊາ​ຄົມ​ແລະ​ການ​​ເຊື່ອມ​ໂຍງຂອງອາ​ຊຽນ​, ຍິນ​ດີ​ຊຸກ​ຍູ້​ການ​ແລກປ່ຽນ​ລະຫວ່າງ​ສັງຄົມ​ແລະ​ວັດທະນະທຳ​, ພ້ອມ​ດ້ວຍ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ສອງ​ຝ່າຍ.

ພາຍຫຼັງກອງ​ປະຊຸມ​ສິ້ນ​ສຸດ​ລົງ, ທ່ານ​ເວີ່ນ​ເຈຍ​ປາວ​ແລະ​ຜູ້ນຳ​ອາຊຽນ​ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ພິທີ​ລົງ​ລາຍ​ເຊັນ​ໃນ​ເອກະສານ​ຕ່າງໆ​ເຊັ່ນ: "ສັນຍາ​ການ​ຄ້າ​ການ​ບໍລິການຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ"​ແລະ​ອື່ນໆ.