ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-14 19:44:50    
ກອງ​ປະຊຸມ​ຜູ້​ນຳ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ຄັ້ງ​ທີ 7 ຈັດ​ຂຶ້ນ​ຢູ່​ເມືອງ​ເຊ​ບູ​​ແຫ່ງ​ຟີ​ລິບ​ປິນ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 14 ມັງກອນ, ກອງ​ປະຊຸມ​ຜູ້ນຳ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫຼີຄັ້ງທີ 7 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ​ບູ​ແຫ່ງ​ຟີ​ລິບ​ປິນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ, ທ່ານ​ໂຣມູຮູ​ນ ປະທານາທິບໍດີ​ສ.​ເກົາຫຼີ​ແລະ​ທ່ານ​ອາ​ເບ ຊີນ​ໂຈ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

ທ່ານ​ເວີ່ນ​​ເຈຍ​ປາວ​ເປັນ​ຜູ້​ດຳ​ເນີນ​ກອງ​ປະຊຸມ. ​ໃນ​ເວລາ​ເລີ່​ມຈັດ​ກອງ​ປະຊຸມ, ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ສາມ​ປະ​ເທດ​ຄື​ຈີນ​ຍີ່​ປຸ່ນ​ແລະ​ສ​.​ເກົາຫຼີຄວນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ, ​ເປີດ​ກວ້າງ​ການ​ແລກປ່ຽນ​ວັດທະນະທຳ, ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.

ມື້​ດຽວ​ກັນ, ​ໃນ​ເວລາ​ພົບ​ປະ​ທ່ານ​ອາ​ເບ ຊີ​ນ​ໂຈ, ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ປັດຈຸບັນ, ການ​ພົວພັນ​ຈີນ​ຍີ່​ປຸ່ນພວມ​ຂະຫຍາຍ​ໄປ​ໜ້າ, ນີ້​​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ, ກໍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາຊີ​ກໍ​ຄື​ຂອງ​ໂລກ. ທ່ານ​ເວົ້າວ່າ, ຢູ່​ຕໍ່ໜ້າ​ສອງ​ຝ່າຍ, ຍັງ​ມີ​ຄວາມ​ຫຍຸ້ງຍາກ​ແລະ​ບັນຫາ​ບໍ່​ໜ້ອຍ, ນີ້​ຕ້ອງການ​ສອງ​ຝ່າຍ​ແກ້​ໄຂ​ດ້ວຍ​ຄວາມ​ກ້າຫານ.

ມື້​ດຽວ​ກັນ, ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ໄດ້​ພົບ​ປະ​ທ່ານ​ມານ​ໂມ​ຮານ ຊີງ ນາຍົກລັດຖະມົນຕີອິນ​ເດຍ. ທ່ານ​ເວົ້າວ່າ, ຝ່າຍ​ຈີນ​ຖື​ອິນ​ເດຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ, ຊົມ​ເຊີຍ​ອິນ​ເດຍພັດທະນາ​ແລະ​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ຂຶ້ນ.