ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-15 14:07:40    
ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນ​ກັບ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ຄັ້ງ​ທີ 10 ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປີນ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 14 ມັງກອນນີ້, ກອງ​ປະຊຸມສຸດ​ຍອດ​ອາຊຽນບວກ 3 ຫຼືກອງ​ປະຊຸມຜູ້ນຳ​ອາ​ຊຽນກັບ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີຄັ້ງທີ 10 ​ໄດ້ຈັດ​ຂຶ້ນ​ຢູ່​​ເຊ​ບູ​ແຫ່ງຟີ​ລິບປີນ. ​ໃນ​ກອງ​ປະຊຸມ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່ສະໜັບສະໜູນ​ແລະ​ເຂົ້າຮ່ວມ​ການ​ຮ່ວມ​ມື​ຂອງອາຊີ​ຕາ​ເວັນ​ອອກ, ພ້ອມ​ກັນ​ກັບ​​ປະ​ເທດຕ່າງໆ​ຊຸກ​ຍູ້​ສັນຕິພາບ​ແລະ​ການ​ພັດທະນາ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ​ໃນ 10 ປີ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງອາ​ຊຽນກັບຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ໄດ້​ຮັກສາ​ທ່ວງທ່າ​ພັດທະນາ​​ອັນ​ດີງາມແລະ​ຕັ້ງໜ້າ, ​ໄດ້​ມີ​ຖານະ​ນຳ​ທາງ​ໃນ​ການ​ຮ່ວມ​ມື​ຂອງອາຊີ​ຕາ​ເວັນ​ອອກ. ​ເພື່ອ​ສ້າງ​ອາຊີ​ຕາ​ເວັນອອກ​ທີ່​ກົມກຽວ​ກັນນັ້ນ, ຝ່າຍຕ່າງໆ​ໃນພາກ​ພື້ນຕ້ອງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ການ​ເມືອງ, ຢູ່​ຮ່ວມ​ກັນຢ່າງປອງ​ດອງ; ​ໃນ​ດ້ານ​ເສດຖະກິດ, ຕ້ອງ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ພ້ອມ​ກັນ​ພັດທະນາ; ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ, ຕ້ອງ​ຊ່ອຍ​ເຫຼືອກັນ, ສາມັກຄີ​ຮ່ວມ​ມື​ກັນ; ​ໃນ​ດ້ານ​ວັດທະນະທຳ, ຕ້ອງ​ຖອດ​ຖອນ​ບົດຮຽນ​ນຳ​ກັນ, ພ້ອມ​ກັນ​ກ້າວ​ໄປ​ໜ້າ.

 ເພື່ອ​ຍົກ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ, ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ 5 ຂໍ້​ເຊັ່ນ​ເພີ່ມ​ທະວີ​ການວາງ​ແຜນ​ຍຸດ​ທະ​ສາດ​ເປັນຕົ້ນ.

ຜູ້ນຳ​ປະ​ເທດ​ອື່ນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ນຳ​ເຈດ​ຈຳນົງ​ແລະ​ຂໍ້​ລິ​ເລີ່​ມຂອງ​ທ່ານ​ເວີ່ນ​ເຈຍ​ປາວ, ​ໂດຍກ່າວ​ວ່າ, ຄວນ​ວາງ​ແຜນການ​ຮ່ວມ​ມື​ລະຫວ່າງ​ອາຊຽນກັບຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ໃນ​ຕໍ່​ໜ້າ​ຕື່ມອີກ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ຄ້າ ການ​ທະນາຄານ ພະລັງງານ ວິທະຍາສາດ​ເຕັກນິກ ການ​ສ້າງ​ພື້ນຖານ​ໂຄງ​ລ່າງ, ​ແລະ​ຮ່ວມ​ມື​ດ້ານໝັ້ນຄົງ​ແບບ​ບໍ່​​ເປັນ​ປົກກະຕິ​ຢ່າງໜັກ​ແໜ້ນ.