ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-15 19:55:44    
ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ຢ້ຽມ​ຢາມ​ຊີ​ລີ

cri

ຕາມ​ຂ່າວcri:ວັນ​ທີ14 ມັງກອນ,ທ່ານ​ທາລາ​ບາ​ນີ ປະທານາທິບໍດີ​ອີຣັກ​ເດີນທາງ​ໄປ​ຮອດ​ດາ​ມາດ ນະຄອນ​ຫຼວງຊີ​ລີ,​ເລີ່​ມຢ້ຽມຢາ​ມຊີ​ລີ​ຢ່າງ​ເປັນ​ທາງ​ການ.ນີ້​ແມ່ນ​ປະທານ​າທິບໍດີ​ອີຣັກຢ້ຽມຢາມ​ຊີ​ລີ​ເປັນ​​ເທື່ອ​ທຳ​ອິດ​ແຕ່​ປີ1980​ເປັນ​ຕົ້ນ​ມາ.

ມື້​ດຽວ​ກັນ,ທ່ານ​ບາ​ຊາ ປະທານາທິບໍດີ​ຊີ​ລີ​ໄດ້​ພົບ​ປະ​ທ່ານ​ທາລາ​ບາ​ນີພ້ອມ​ດ້ວຍ​ຄະນະ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນກັນກ່ຽວ​ກັບການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ຄວາມ​ຄືບ​ໜ້າ​ຫຼ້າສຸດ​ຂອງ​ສະຖານະການ​ພາກ​ພື້ນ.ທ່ານ​ບາ​ຊາ​ກ່າວ​ວ່າ,ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກສອດຄ່ອງ​ຜົນ​ປະ​​ໂຫຍດຮ່ວມ​ຂອງ​ສອງ​ປະ​ເທດ​ຊີ​ລີ​​ແລະອີຣັກ,ຊີ​ລີ​ກຽມ​ຊ່ອຍ​ເຫຼືອ​ອີຣັກຮັກສາ​ຄວາມ​ປອດ​ໄພ​ແລະສະ​ຖຽນລະ​ພາບ​ແລະ​ບັນລຸ​ຄວາມປອງດອງຊາດ.ທ່າ​ນຍັງ​ກ່າວ​ວ່າ,​​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ອີຣັກ​ເທື່ອ​ນີ້ຈະ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເ​ຂດ.