ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-16 17:09:00    
ທ່ານ​ເວີ່ນ​ເຈ່ຍ​ປາວ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ແລ້ວ

cri Author: min
ຕາມ​ຂ່າ​ວ CRI: ວັນ​ທີ 16 ມັງກອນນີ້, ທ່ານ​ເວີ່ນ​ເຈ່ຍ​ປາ​ວ ນາ​ຍົກ​ລັດຖະມົນຕີ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຕໍ່​ຟິລິບ​ປິນ​ເປັນ​ທາງ​ການ, ​​ແລະ​ອອກເດີນທາງ​ຈາກ​ນະຄອນຫຼວງ​ມາ​ນີລາ​ກັບຄືນ​ປະ​ເທດ.

​ມື້​ດຽວ​ກັນ, ​ໃນ​ເວລາທ່ານ​ເວີ່ນ​ເຈ່ຍ​ປາວ​ແຍກ​ພົບ​ປະ​ກັບ​ທ່ານ​ວີລາ ປະທານສະພາ​ສູງຟິລິບ​ປິນ​ແລະ​ທ່ານ​​ໂຮ​ເຊ ​ເດີ ​ເບເນ​ເຊຍ ປະທານສະພາ​ຕ່ຳ​ຟິລິບ​ປິນຢູ່​​ມາ​ນີລານັ້ນ, ທ່ານກ່າວ​ວ່າ, ທ່ານ​ມາ​ຢ້ຽມຢາມ​ຟິລິບ​ປິນ​ເທື່ອ​ນີ້​ໄດ້​ຮັບ​ໝາກຜົນ​ຫຼາຍຢ່າງ. ສອງ​ຝ່າຍ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​​ໃໝ່​ຫຼາຍ​ຢ່າງ​ກ່ຽວ​ກັບການ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​, ​ເປັນ​ເອກະສັນ​ກັນ​ຕົກລົງ​ເລັ່ງລັດ​ວາງ​ແຜນການ​ເຄື່ອນ​ໄຫວຮ່ວມ​ມືການ​ຮ່ວມ​ມືຍຸ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ຟິລິບປິນ, ​ເພື່ອ​ວາງ​ແຜນ​ຮ່ວມ​ມື​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີກ​ວ່າ​ເກົ່າ​, ທ່ານກ່າວ​ວ່າ, ຝ່າຍ​ຈີນ​ຈະ​ຍຶດໝັ້ນ​ປະຕິບັດ​ຕາມ​​ທິດທາງ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ​ທີ່​ວ່າ "ມີ​ໄມຕີ​ຈິດ​ຕໍ່ປະ​ເທດ​ໃກ້​ຄຽງ, ຖືປະ​ເທດ​​ໃກ້ຄຽງ​ເປັນ​ເພື່ອນ", ​​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ແລະ​ການ​ຮ່ວມ​ມື​ກັບ​ຟິລິ​ບປິນ, ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ໄປ​ໜ້າ​ເລື້ອຍໆ.

ວັນ​ທີ 16 ມັງກອນນີ້, ສອງ​ປະ​ເທດ​ໄດ້​ອອກຖະ​ແຫຼງ​ການ​ຮ່ວມ​ກັນ​ວ່າ, ຜູ້ນຳ​ຂອງສອງ​ປະ​ເທດ​ໄດ້​ມີ​ຄວາມ​ເພິ່ງ​ພໍ​ໃຈ​ນຳຄວາມຄືບ​ໜ້າຂອງ​ການ​ຮ່ວມ​ມື​ແລະ​ການ​ສົນທະນາ​ລະຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ​ແລະ​ອື່ນໆ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟິລິບ​ປິນພວມ​ຢູ່​ໃນ​ໄລຍະດີ​ງາມ​ຂອງແຫ່ງ​ການ​ພົວພັນ​ໝູ່​​ເພື່ອນ. ຜູ້ນຳ​ສອງ​ປະ​ເທດ​ເຫັນ​ດີ​ລົງ​ເລິກ​ການ​ພົວພັນ​​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສຸມ​ກຳລັງ​ເຂົ້າ​ໃນ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ຈີນ​ກັບ​ຟິລິ​ບປິນຕື່ມ​ອີກ​.

ວັນ​ທີ 15 ມັງກອນນີ້, ທ່ານ​ເວີ່ນ​ເຈ່ຍປາວ​ ໄດ້​​ເຈລະຈາ​ກັບນາງກຼໍ​ເຣຍ ​ອາ​ໂຣ​ໂຢ ປະ​ທາ​ນາ​ທິບໍດີ​ຟິລິບ​ປິນ​ຢູ່​ມາ​ນີລາ. ​ໃນ​ການ​​ເຈລະຈາ, ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, ລັດຖະບານ​ຈີນ​ຍິນ​ດີ​ສົມທົບ​ກັບ​ຟິລິບ​ປິນຢ່າງ​ໃກ້ຊິດ​ແລະ​ໃຫ້​ຄວາມ​ສະດວກ​ແກ່​ກັນບົນ​ພື້ນຖານ​ສະ​ເໝີ​ພາບ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຕ່າ​ງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃຫ້​ຂະຫຍາຍຕົວ​ອອກ​ແລະຊຸກ​ຍູ້​ຂະ​ບວນການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ.