ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-27 20:46:31    
ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະ​ພາ​ສູງ​ອາ​ເມ​ລິ​ກາ​ຈັດ​ການ​ພົບ​ປະ​ລະ​ດັບ​ປະ​ທານ​ຂອງ​ກົນ​ໄກ​ຫາ​ລື​ກັນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ແຕ່​ວັນ​ທີ 25 ຫາ​ 26 ມັງກອນ​ນີ້,ຢູ່​ຮາ​ວາຍ,ທ່ານ​ເຊີ້ງ​ຮວາ​ເຢີ​ນ ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ປະທານ​ກົນ​ໄກ​ຫາລື​ກັນ​ລະຫວ່າງ​ສະພາຈີນ​ສະພາ​ສູງ​ອາ​ເມ​ລິ​ກາກັບ​ທ່ານ​ດານ​ນີວ ອີນ​ໂນ ສະມາຊິກ​ສະພາ​ສູງ ປະທານ​ຝ່າຍ​ອາ​ເມ​ລິ​ກາ​ຂອງ​ກົນ​ໄກ​ຫາລື​ກັນ​ແລະ​ທ່ານ​ເທດ ສຕິ​​ເວນ​ສ໌ ສະມາຊິກ​ສະພາ​ສູງ ປະທານ​ຮ່ວມ​ຂອງ​ກົນ​ໄກ​ດັ່ງກ່າວ​ໄດ້​ຈັດການ​ພົບປະລະ​ດັບປະທານ​ຂອງ​ກົນ​ໄກ​ດັ່ງກ່າວ.

ນີ້​ແມ່ນ​ການ​ພົບ​ປະ​ລະດັບ​ສູງ​ຄັ້ງ​ທຳ​ອິດ​ລະຫວ່າງ​ສະພາຈີນ​ກັບ​ລັດຖະສະພາ​ອາ​ເມ​ລິ​ກາ​ພາຍຫຼັງ​ລັດຖະ​ສະພາ​ຊຸດ​ໃໝ່​ຂອງ​ອາ​ເມ​ລິ​ກາ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແລ້ວ.ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ​ໄດ້​ມີ​ການ​ຂະຫຍາຍ​ຕົວ​ເປັນ​ຢ່າງ​ດີ​ໃນດ້ານ​ກວມ​ລວມ,ຜົນ​ປະ​ໂຫຍດ​ຮ່ວມ​ໄດ້​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.ສອງ​ຝ່າຍ​ກ່າວ​ເນັ້ນ​ວ່າ,ຄວນ​ກຳ​​ແໜ້ນ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ຝ່າຍ,​ເພີ່ມ​ທະວີ​ການ​ສົນ​ທະນາ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ຢ່າງ​ເໝາະ​ສົມ,ຊຸກ​ຍູ້ການ​ພົວພັນ​ລະຫວ່າງ​ຈີນ​ອາ​​ເມ​ລິ​ກາ​ຂະ​ຫຍາຍຕົວ​ຢ່າງ​ປອດ​ໄສ​ແລະ​ໜັກ​ແໜ້ນ.

ທ່ານ​ເຊີ້ງ​ຮວາ​ເຢີ​ນກ່າວ​ເນັ້ນ​ວ່າ,ບັນຫາ​ໄຕ້​ຫວັນ​ໄດ້ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ແກນ​ກາງ​ຂອງ​ຈີນ,ການ​ຄັດ​ຄ້ານ​ແລະ​ສະກັດ​ກັ້ນ​ການ​ໃຫ້ໄຕ້​ຫວັນ​ເປັນ​ເອກະ​ລາດ ຮັກສາ​ສັນ​ຕິພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​​ແຄບ​ໄຕ້​ຫວັນ​ນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ.ທ່ານ​ດານ​ນີວ ອີນ​ໂນ​ແລະ​ທ່ານ​ເທດ ສ​ຕິ​ເວນ​ສ໌​​ໄດ້​ສະ​ແດງ​ຄວາມ​ເຂົ້າ​ໃຈຢ່າງ​ເຕັມທີ່​ຕໍ່​ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ,ກ່າວ​ຢ້ຳ​ວ່າ,ຫຼັກ​ໝັ້ນ​ຂອງຝ່າຍ​ອາ​ເມ​ລິ​ກາທີ່​ຍຶດ​ໝັ້ນ​ນະ​ໂຍບາຍ​ຈີນ​ດຽວ ​ເຄົາລົບ​ປະກາດ​ແຈ້ງ​ການຮ່ວມ​ສາມ​ສະບັບ​ລະຫວ່າງ​ອາ​ເມ​ລິ​ກາຈີນ​ຢ່າງ​ເຄັ່ງ​ຄັດ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ.