ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-30 10:41:54    
ປະ​ຊາ​ຄົມ​ໂລກ​ກ່າວ​ປະ​ນາມ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​​ສະ​ຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​ອິສ​ຣາ​ແອນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 29 ມັງກອນ​ນີ້ ປະຊາ​ຄົມ​ໂລກ​ພາກັນ​ອອກ​ຖະ​ແຫຼ​ງການກ່າວ​ປະນາມ​​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ສະຫຼະຊີບ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງ​ເອລັດ ພາກ​ໃຕ້ອິສຣາ​ແອນ​ໃນ​ມື້​ດຽວ​ກັນ.

ທ່ານ​ບານ​ກີມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ການ​ກະທຳ​ລັດທິ​ກໍ່​ການ​ຮ້າຍດັ່ງກ່າວ​ໄດ້ລະ​ເມີດ​ກົດໝາຍ​ມະນຸດສະທຳ​ສາກົນຢ່າງ​ບັງອາດ,ອົງການ​ຄວາມ​ປອດ​ໄພ​ປາ​ເລັສຕີນ​ຄວນ​ໃຊ້​ມາດ​ຕະການ​ໃນ​ທັນທີ,ລົງ​ໂທດ​ຜູ່​ກະທຳ​ຜິດຕາມ​ກົດໝາຍ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເຫດການ​ຄ້າຍ​ຄື​ກັນ​ເກີດ​ຂຶ້ນ​ອີກ.

ສົມ​ເດັດ​ອັບ​ດູລາ ​ເຈົ້າຊີວິດ​ຊອກ​ດາ​ນີກ່າວ​ວ່າ,​ເຫດການ​ຫຼອ​ນ​ໂຈມ​ຕີ​ບໍ່​ພຽງ​ແຕ່​ໄດ້​​ເປັນ​ຜົນ​ຮ້າຍ​ຕໍ່​ຜູ່​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງທໍ່​ນັ້ນ,ຫາກ​ຍັງ​ຈະ​ທຳລາຍການ​ແລກປ່ຽນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນອີກ​ດ້ວຍ,ທັງ​ຈະ​ທຳລາຍຄວາມ​ພະຍາຍາມ​ຂອງ​ຝ່າຍ​ຕ່າງໆ​ໃນ​ການ​ຈັດການ​ເຈ​ລະຈາ​ສັນຕິພາບ​ປາ​ເລັສຕີນ​ອິສຣາ​ແອນ​ຄືນ​ໃໝ່.

ທ່ານ​ມາ​​ມຸດ ອັບບາສ ປະທານ​ອົງການອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ວ່າ,ຄັດຄ້ານທຸກໆ​ການ​ຫຼອນ​ໂຈມຕີ​​ທີ່​ແນ​ໃສ່​ສາມັນ​ຊົນ​ຜູ່​ບໍ່​ມີ​ຄວາມ​ຜິດ​ຫຍັງ.

​ ​ເຢຍລະ​ມັນ ປະ​ເທດ​ປະທານ​ໝູນວຽນ​ຂອງສະຫະພາບ​​ເອີ​ລົບ​ແລະຣັດ​ເຊຍຕ່າງກໍ່​ອອກ​ຖ​ະ​ແຫຼ​ງການ,ຮຽກຮ້ອງ​ໃຫ້ຝ່າຍປາເລັສຕີນ​ໃຊ້​ມາດ​ຕະການ​ທຸກ​ຢ່າງ,ສະກັດ​ກັ້ນການກໍ່​ການ​ຮ້າຍດ້ວຍ​ທຸກ​ຮູບ​ແບບ,​ແລະ​ຮຽກຮ້ອງ​ໃຫ້​ຜູ່​ນຳ​ປາ​ເລັສຕີນ​ອິສຣາ​ແອນ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​​ໂດຍ​ສັນຕິ,ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອນ​ໃຈ​ເຊິ່ງກັນ​ແລະ​ກັນ​ຢ່າງ​ແທ້​ຈິງ.