ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-02 10:05:27    
ທ່ານ​ປູ​ຕີນ​ເວົ້າ​ວ່າ,​ຣັດ​ເຊຍ​ຈີນ​ຈັດ​ກິດ​ຈະ​ກຳ"ປີ​ມິດ​ຕະ​ພາບ"ມີ​ຜົນ​ດີ​ຫຼາຍ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 1 ກຸມພານີ້ ທ່ານວະ​ລາ​ດີ​ເມາຍ ​ປູ​ຕີນ ປະທານາທິບໍດີຣັດ​ເຊຍ​ກ່າວ​ວ່າ,ຣັດ​ເຊຍ​ຈີນ​ຈັດກິດຈະກຳ"ປີ​ມິດຕະພາບ"ນັ້ນມີ​ຜົນ​ດີ​ຫຼາຍ​ທີ່​ສຸດ,ຈະ​ຊ່ວຍ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ມື້​ດຽວກັນ ​ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ຢູ່​ວັງ​ເຄຼມລິນ ທ່ານ​ປູ​ຕີນ​ກ່າວ​ວ່າ,ຣັດ​ເຊຍ​ຈີນຈັດກິດຈະກຳ"ປີ​ມິດຕະພາບ"ຢ່າງຂະໜາດ​ໃຫຍ່​ສາມາດ​ຊຸກຍູ້​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໄປມາຫາສູ່​ກັນ​ໂດຍ​ກົງ,​ແລະ​ຈະຊ່ວຍ​​ໃຫ້ນັກ​ທຸລະກິດ​ຂອງ​ສອງ​ປະ​ເທດ​ຕິດ​ຕໍ່​ກັນ​​ໄດ້ໂດຍ​ກົງ.

ທ່ານປູ​ຕີນ​ເວົ້າວ່າ,ການ​ພົວພັນ​ລະຫວ່າງຣັດ​ເຊຍກັບ​ຈີນ​ຂະຫຍາຍຕົວ​ໄດ້​ດີ​ຫຼາຍ​ໃນ​ຂົງ​ເຂດ​ການ​ເມືອງ,ໃນ​ຂົງ​ເຂດ​ເສດຖະກິດກໍ​ໄດ້​ຊຸກຍູ້​ກັນ,​ແລະ​ຄ້ຳຊູກັນ​ໃນຫຼາຍ​ຂົງ​ເຂດການ​ຜະລິດ​ອຸດສາຫະກຳ.​ໃນຕໍ່​ໜ້າ ຣັດ​ເຊຍ​ຈີນ​ຄວນ​ສືບ​ຕໍ່ຊຸກຍູ້​ການ​ຮ່ວມ​ມື​ກັນ​ແບບ​ນີ້.