ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-02 17:54:45    
ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ກະ​ຊວງ​ການ​​ການ​ຕ່າງ​ປະ​ເທດ​ອາ​​ເມ​ລິ​ກາ​ກ່າວ​ວ່າ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ມີ"ພື້ນ​ຖານ​ທີ່​ໄດ້​ຮບ​ຄວາມ​ຄືບ​ໜ້າ"

cri

ຕາມ​ຂ່າວCRI:ວັນ​ທີ1​ກຸ​ມພານີ້,​ໃນ​ກອງ​ປະຊຸມ​ຂ່າວ,ທ່ານ​ຄິຼສ​ໂຕ​ເຟີ ຮິ​ວ ລັດຖະມົນຕີ​​ຊ່ອຍ​ວ່າການກະ​ຊວງການ​ຕ່າງປະ​ເທດ​ອາ​​ເມ​ລິ​ກາ,ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ຂອງ​ການ​ເຈລະຈາ​ຫົກ​ຝ່າຍ​ບັນຫາ​ນີວ​ເຄຼຍແຫຼມ​ເກົາຫຼີ​ກ່າວ​ວ່າ,ກອງ​ປະຊຸມ​ໄລຍະ​ທີ3​ຂອງ​ການ​ເຈລະຈາຫົກຝ່າຍ​ຮອບ5ທີ່​ຈະ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ8​ກຸມພາ​ນີ້​ມີ"ພື້ນຖານ​ທີ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ".

ທ່ານ​ຮິ​ວ​ເວົ້າ​ວ່າ,ກ່ຽວ​ກັບ​ບັນຫາ​ຈັດການ​ເຈລະຈາ​ຫົກ​ຝ່າຍ​ຄືນ​ໃໝ່,ອາ​ເມ​ລິ​ກາ​ໄດ້​ຈັດການ​ພົບ​ປະ​ສອງ​ຕໍ່​ສອງ​ກັບ​ຝ່າ​ຍຕ່າງໆທີ່​ກ່ຽວ​ຂ້ອງ ​ເຊິ່ງລວມທັງ​ສ.ປ.ປ.​ເກົາຫຼີ​.ທ່ານ​ເວົ້າ​ວ່າ,​ເຖິງ​ວ່າການ​ເຈລະຈາ​ຫົກ​ຝ່າຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນນີ້​ບັນລຸ​​ໃຫ້ແຫຼມ​ເກົາຫຼີ​ປອດ​ນີວ​ເຄຼຍນັ້ນບໍ່​ໄດ້ກໍ່ຕາມ,​ແຕ່​ອາ​ເມ​ລິ​ກາ​ຫວັງ​ວ່າ,ບົນ​ພື້ນຖານ​ການ​ເຈລະຈາ​ຄັ້ງ​ນີ້ ຈະ​ມີ"ການ​ເລິ່ມຕົ້ນ​ທີ່ມີ​ລັກ​ສະນະ​ທາດ​ແທ້".

ທ່ານ​ຮິ​ວກ່າວ​ເນັ້ນ​ວ່າ,ຈຸດປະສົງ​ທີ່​ຈັດການ​ເຈລະຈາ​ຫົກ​ຝ່າຍ​ກໍ່​ແມ່ນຈັດ​ຕັ້ງ​ປະຕິບັດ"ຖະ​ແຫຼງການ​ຮ່ວມ​ຂອງການ​ເຈລະ​ຈາ​ຫົກ​ຝ່າຍ​ຮອບ4"ທີ່​ໄດ້​ຕົກລົງກັນ​ໃນ​​ເດືອນກັນຍາ​ປີ2005.