ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-06 15:03:02    
ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ລົບ​ອວຍ​ພອນ​ບຸນ​ກຸດ​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳວັນ​ທີ 5 ກຸມພາ​ນີ້ ຢູ່​ບຣຸກແຊນ ທ່ານ​ດູຣາວ ບາ​ໂຣ​ໂຊ ປະທານ​ຄະນະ​ກຳມາທິການ​ສະຫະພາບ​ເອີ​ລົບ​ໄດ້ອວຍພອນບຸນ​ກຸດ​ຈີນ,ອວຍພອນ​ປະຊາຊົນຈີນ​ມີ​ຄວາມ​ມ່ວນ​ຊື່ນ​ໃນ​ບຸນ​ກຸດ​ຈີນ​ແລະ​ຈະ​ເລີ​ນ​ໃນ​ປີ​ກູນ.

ຕອນ​ຄ່ຳ​ມື້​ດຽວ​ກັນ ທ່ານ​ບາ​ໂຣ​ໂຊ​ໄປ​ເປັນ​ແຂກ​ຢູ່​ທີ່​​ເຮືອນ​ພັກ​ຂອງ​ທ່ານເອກ​ອັກຄະ​ລັດຖະທູດ​​ກວ່ນ​ເສີງ​ຢວນ ​ຫົວໜ້າ​ຄະນະ​ທູດຈີນ​ປະຈຳສະຫະພາບ​ເອີ​ລົບ,​ກ່ອນ​ງານ​ລ້ຽງ​ອາຫານ ທ່ານ​ໄດ້​ອວຍພອນ​ບຸນ​ກຸດ​ຈີນ. ທ່ານ​ບາ​ໂຣ​ໂຊ​ເວົ້າວ່າ,ຂ້າພະ​ເຈົ້າຂໍ​ຕາງໜ້າ​ຄະນະ​ກຳມາທິການ​ສະຫະພາບ​ເອີ​ລົບ,ອວຍພອນ​ປະຊາຊົນ​ຈີນຈົ່ງ​ມີ​ຄວາມ​ມ່ວນ​ຊື່ນ​ໃນບຸນ​ກຸດ​ຈີນ.ອວຍພອນພວກ​ທ່ານແລະ​ຄອບຄົວຈົ່ງ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​ໃນ​ໜ້າ​ທີ່​ວຽກ​ງານ ມີ​ຄວາມສຸກ​ໃນ​ດ້ານ​ຊີວິດ​ການ​ເປັນ​ຢູ່ ​ແລະ​ສຸຂະພາບ​ແຂງ​ແຮງ​ໃນ​ປີ​ໃໝ່.

ທ່ານ​ບາ​ໂຣ​ໂຊ​ເວົ້າວ່າ,ປີ​ໃໝ່​ຈະ​ແມ່ນ​ປີ​ສຳຄັນ​ທີ່​ສຸດ​ຂອງການ​ຂະ​ຫຍາຍການ​ພົວພັນ​ເອີ​ລົບ​ຈີນ,ຍອດ​ມູນ​ຄ່າ​ການ​ຄ້າ​ເອີ​ລົບ​ຈີນ​ປະຈຳ​ປີ​ມີຫຼາຍ​ກວ່າ 200 ຕື້​ເງິນ​ເອີ​​ໂລ,ສະຫະພາບ​ເອີ​ລົບ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຂອງ​ຈີນ.ນີ້​ແມ່ນ​ຄວາມຄືບ​ໜ້າ​ອັນ​ຍິ່ງ​ໃຫຍ່​ອັນໜຶ່ງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.