ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-07 15:53:01    
ທ່ານ​​ໂອນ​ເມີດ​ກ່າວ​ວ່າ ການ​ເຈລະຈາ​ກັບ​ທ່ານ​ອາ​ບາສ​ແລະ​ນາງ​ໄລ​ສ໌​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ກຸມພາ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ກຸມພາ​ນີ້ ທ່ານ​​ເອຮຸດ ​ໂອນ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ,ທ່ານ​ຈະ​ຈັດການ​ເຈລະຈາກັບ​ທ່ານ​ອາ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາ​ດປາ​ເລັສຕີນ​ແລະ​ນາງຄັອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 19 ກຸມພາ​ນີ້.

ຕາມ​ເວັບ​ໄຊ​ຂອງ​ໜັງສືພິມຮາ​​ເລັສອິສຣາ​ແອນ​ລາຍ​ງານ​ວ່າ,ທ່ານ​ໂອນ​ເມີດ​ແມ່ນ​ກ່າວ​ແບບ​ນີ້ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ເຢລູຊະ​ເລັມ,​ແຕ່​ທ່ານ​ບໍ່​ໄດ້​ເປີ​ດ​​ເຜີຍ​ວ່າ ການ​ເຈລະຈາຈະ​ຈັດ​ຂຶ້ນ​ຢູ່​​ໃສ.

ທ່ານ​ໂອນ​ເມີດ​ຍັງ​ກ່າວ​ວ່າ,ຖ້າວ່າ​ອົງການ​ຮາ​ມາສບໍ່​ຮັບ​ເອົາຄຳຮຽກຮ້ອງ​ທີ່ອົງການ​ຮາ​ມາສຮັບຮອງ​ອິສຣາ​ແອນ ຢຸດຕິ​ການ​ໃຊ້​ກຳລັງ​ຮຸນ​ແຮງ ​ແລະ​ຮັບຮອງ​ເອົາ​ສັນຍາ​ສັນຕິພາບ​ທີ່​ໄດ້​ເຊັນ​ກັນ ​ເຊິ່ງປະຊາ​ຄົມ​ໂລກ​ສ​ະ​ເໜີ​ຕໍ່​ເຂົາກັນ​ແລ້ວ,ອິສຣາ​ແອນ​ຫວັງ​ວ່າ ທ່ານ​ອາ​ບາສທີ່​​ຈະ​ພົບ​ປະ​ກັບ​ຜູ່​ນຳ​ອົງການຮາ​ມາສຢູ່​ອາ​ລາ​ບີ ຊາ​ວຸດິດນັ້ນ ສາມາດ"ສະກັດ​ກັ້ນຄວາມ​ກົດ​ດັນ​ທັງ​ໝົດ",​ແລະ​ຈະບໍ່​ຮ່ວມກັບ​ອົງການ​ຮາ​ມາສຈັດຕັ້ງລັດຖະບານ​.