ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-08 20:39:12    
ທ່ານ​ຫູ​ຈິນ​ທາວ​ເລີ່ມ​ຢ້ຽມ​ຢາມ​ໂມ​ຊຳ​ບິກ​ທາງ​ລັດ​ຖະ​ກິດ

cri
ຕາມ​ຂ່າວCRI,​ໂດຍ​ຕອບ​ສະ​ໜອງ​ຕາມການ​ເຊີນ​ຂອງ​ທ່ານ​ອາ​ແມນ​ໂດ ເອ​ມິ​ລີ​ໂອກູ​ເອ​ບູ​ຈາ ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ໂມ​ຊຳ​ບິກ,​ວັນ​ທີ​8​ກຸມ​ພາ​ນີ້,​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ມາ​ປູ​ໂຕ ​ເລີ່ມ​ຢ້ຽມ​ຢາມ​ໂມ​ຊຳ​ບິກ​ທາງ​ລັດ​ຖະ​ກິດ.

ຢູ່​ສະໜາມ​ບິນ,ທ່ານ​ກູ​ເອ​ບູຈາ ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຊຳ​ບິ​ກ​ໄດ້​ຈັດ​ພິ​ທີ​ຢ່າງ​ຄຶກ​ຄື້ນ​ເພື່ອ​ເປັນ​ກຽດ​ແກ່​ທ່ານ​ປະ​ທານ​ຫູ​ຈິນ​ທາວ​ທີ່​ໄປ​ຢ້ຽມ​ຢາມ.

ຢູ່​ສະໜາມ​ບິນ,ທ່ານ​ຫູ​ຈິ​ນທາວ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກສອນ​ວ່າ,ນັບ​ແຕ່​ຈີນ​ແລະ​ໂມ​ຊຳ​ບິ​ກສ້າງສາ​ຍສຳພັນ​ທາງ​ການ​ທູດ31​ປີ​ມາ​ນີ້,ມິດຕະພາບ​ຈີນ​ໂມ​ຊຳ​ບິ​ກທີ່​ຜູ່​ນຳ​ຮຸ້ນ​ກ່ອນ​ຂອງ​ສອງ​ປະ​ເທດ​ສ້າງ​ຂຶ້ນ​ນັ້ນ​ໄດ້​ຮັບ​ການບູລະນະແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໂມ​ຊຳ​ບິ​ກ​ແມ່ນ​ເພື່ອນ​ທີ່​ດີ,ຄູ່​ຮ່ວມ​ມື​ທີ່​ດີ​ແລະ​ອ້າຍ​ນ້ອງ​ທີ່​ດີ​ຂອງ​ຈີນ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ:ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ໂມ​ຊຳ​ບິ​ກ​ເທື່ອ​ນີ້​ແມ່ນ​ເພື່ອ​ບູ​ລະ​ນະ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ,​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ທີ່​ປັກ​ກິ່ງ,​ພ້ອມ​ກັນ​ກັບ​ຝ່າຍ​ໂມ​ຊຳ​ບິ​ກວາງ​ແຜນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ.