ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-11 17:38:31    
ກອງ​ປະຊຸມ​ໄລຍະ​ທີ​ 3 ​ຂອງ​ການ​ເຈ​ລະ​ຈາ 6 ​ຝ່າຍ​ຮອບ 5 ຈະ​ຈັດ​ກອງ​ປະ​ຊຸມ​​ຫົວ​ໜ້າ​ຄະ​ນະ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 11 ກຸມພາ​ນີ້, ກອງ​ປະຊຸມ​ໄລຍະ​ທີ 3 ຂອງ​ການ​ເຈລະຈາ 6 ຝ່າຍຮອບ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ສືບ​ຕໍ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ຕາມ​ຂ່າວ​ຈາກ​ສູນ​ຖະ​ແຫຼງຂ່າວ​ຂອງ​ການ​ເຈລະຈາ 6 ຝ່າຍ, ​​ຕອນ​ບ່າຍ​, ​ໄດ້ຈັດ​ກອງ​ປະຊຸມ​ຫົວໜ້າ​ຄະນະ​ຜູ້​ແທນ.

ຕອນ​ເຊົ້າ, ຈີນ​ກັບສ.​ເກົາຫລີ, ຈີນ​ກັບສປປ​ເກົາຫຼີ, ​ແລະ​ຈີນ​ກັບ​ອາ​ເມ​ລິ​ກາຕ່າງ​ໄດ້​ຈັດການ​ປຶກສາ​ຫາລື​ກັນ​ສອງ​ຕໍ່​ສອງ. ຕອນ​ທ່ຽງ, ສ​.​ເກົາຫລີ​ກັບຣັດ​ເຊຍ​ໄດ້​ຈັດການ​ພົບ​ປະ​ກິນ​ເຂົ້າທ່ຽງ. ຕ່ອນ​ບ່າຍ, ຈີນ​ກັບຣັດ​ເຊຍ​ຍັງ​​ໄດ້​ຈັດການ​ປຶກສາ​ຫາລື​ກັນ​ສອງ​ຕໍ່​ສອງ.

ຕອນ​ເຊົ້າມື້​ດຽວ​ກັນ, ທ່ານ​ອາ​ເລັກ​ຊານ​ເດີ ລູສິວ​ຄົຟ ຫົວໜ້າ​ຄະນະ​ຜູ້​ແທນຣັດ​ເຊຍ​ຂອງ​ການ​ເຈລະຈາ 6 ຝ່າຍ​ກ່າວ​ວ່າ, ປັດຈຸບັນ, ຝ່າຍ​ຕ່າງໆ​ບໍ່​ທັນ​ໄດ້​ກ້າວ​ເຖິງ​ຂັນມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ບັນຫາ ຈຳນວນ​ ​ເວລາຈຳກັດ ​ແລະ​ຮູບ​ການຊ່ອຍ​ເຫຼືອທີ່​ສະໜອງ​ໃຫ້​ສປປ​ເກົາຫລີ. ພ້ອມ​ກັນນັ້ນ, ທ່ານ​ກ່າວ​ວ່າ, ການ​ເຈລະຈາ​ກໍ​ແມ່ນ​ໝາກຜົນ​. ທ່ານ​ຊຸນ​ຢຸງອູ ຫົວໜ້າ​ຄະນະ​ຜູ້​ແທນ​ສ.​ເກົາຫຼີກ່າວ​ວ່າ, ບັນຫາ​ຈຸດ​ສຸມ​ໃນ​ປັດຈຸບັນ​ແມ່ນ​ຝ່າຍ​ຕ່າງໆ​ປະສານ​ບາດກ້າວ​ທີ່​ສອດຄ່ອງ​ກັບ​ມາດ​ຕະການ​ປອດນິວ​ເຄຼຍຂອງ​ສປປ​ເກົາຫລີ​ແນວ​ໃດ. ທ່ານ​ເຄນີຊີ​ໂຣ ຊາ​ຊາ​ເອ ຫົວໜ້າ​ຄະນະ​ຜູ້​ແທນ​ຍີ່​ປຸ່ນກ່າ​ວວ່າ, ​ໃນ​ບັນຫາທົດ​ແທນ, ສປປ​ເກົາຫລີ​ໄດ້​ສະ​ເໜີ​ຄວາມ​ຮຽກຮ້ອງສູງ​ໂພດ, ຖ້າ​ຝ່າຍ​ສປປ​ເກົາຫລີ​ບໍ່​ພິຈາລະ​ນາ​ຄືນ​ໃໝ່, ການ​ກ້າວ​ເຖິງຂັ້ນ​​ເຊັນສັນຍາ​ຈະແມ່ນ​ຫຍຸ້ງຍາກທີ່​ສຸດ.