ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-15 18:13:16    
ນາຍົກລັດຖະມົນ​ຕີ​ອີ​ຣັກ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​​ວ່າ​ເລີ່​ມ​ປະ​ຕິ​ບັດ​ແຜນ​ການ​​ໃໝ່​ກ່ຽວ​ກັບ​ຄວາມ​ປອດ​ໄພ​ແບກ​ແດດ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 14 ກຸມພານີ້ ຢູ່​ເມືອງ​ຄານ​ບາ​ລາ ​ເມືອງ​ຢູ່​ທາງໃຕ້​ຂອງ​ແບກ​​ແດດ, ທ່ານ​ນູລີ ອານ ມາລີ​ຄີ ນາຍົກລັດຖະມົນຕີອີຣັກປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ, ລັດຖະບານ​ອີຣັກ​ໄດ້​ເລີ່​ມປະຕິບັດ​ແຜນການ​ໃໝ່​ກ່ຽວ​ກັບ​ຄວາມ​ປອດ​ໄພ​ແບກ​ແດດ.

ຕາມ​ຊາບ​ວ່າ, ​ແຜນການ​ດັ່ງກ່າວມີ​ມາດຕະການ​ຄວາມ​ປອດ​ໄພ​ຕ່າງໆ​ເຊັ່ນ​ປິດ​ຊາຍ​ແດນ​ກັບ​ອີຣານ​ແລະ​ຊີ​ຣີ 72 ຊົ່ວ​ໂມງ, ​ໃຊ້ຫຼາຍມາດ​ຕະການ​ໂຈມ​ຕີ​ກຸ່ມ​ປະກອບ​ອາວຸດ, ​ແກ່ຍາວ​ເວລາ​ການ​ຫ້າມ​ສັນຈອນ​ຢູ່ແບກ​ແດດ​ໃນ​ຕອນ​ກາງຄືນ, ​ເປີດ​ກວ້າງ​ສິດ​ບັນຊາ​ກອງ​ທະຫານ​ແລະ​ຕຳຫຼວດອີຣັກ ​ແລະ​ອື່ນໆ.

ມື້​ດຽວ​ກັນ, ທ່ານ​ມາລີ​ຄີ​​ໃຫ້​ສຳພາດ​ໂດຍ​ຊີ້ອອກ​ວ່າ, ລັດຖະບານ​ອີຣັກມີ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ແຜນການ​ດັ່ງກ່າວ, ​ເພື່ອ​ຟື້ນ​ຟູ​ລະບຽບ​ກົດໝາຍ​ຂອງ​ລັດ.

ວັນ​ທີ 14 ກຸມພານີ້, ​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທຳນຽບຂາວ, ທ່ານ​ຈອດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ປະກາດ​ວ່າ, ອາ​ເມ​ລິ​ກາ​ຈະ​ສົ່ງທະຫານ​ໄປ​​ເພິ່ມຕື່ມ​ຢູ່ອີຣັກຕາມ​ເວລາ​ກຳນົດ. ທ່ານ​ເວົ້າວ່າ, ​ເຊື່ອ​ວ່າ, ການ​ໄດ້​ຜົນສຳ​ເລັດ​ຢູ່​ອີຣັກຈະ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​​ດິນ​ແດນ​ອາ​ເມ​ລິ​ກາ.