ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-16 18:10:03    
ທ່ານ​ອາ​ບາສ​ຮັບ​ຮອງ​ຄຳ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ຮາ​ນີ​ເຢ ​ແລະ​ມອບ​ໝາຍ​ໃຫ້​ທ່ານ​ປະກອບ​ລັດຖະ​ບານ​ໃໝ່

cri Author: da
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ15ກຸມພາ​ນີ້ ຢູ່​ເມືອງ​ກາຊາ ທ່ານ​ອິສ​ເມ​ວ ຮາ​ນີ​ເຢ ນາ​ຍົກ​ລັດຖະ​ມົນຕີ​ລັດ​ຖະ​ບານ​ປົກຄອງ​ຕົນ​ເອງ​ປາ​ເລັສຕີນ​ໄດ້​ຍື່ນ​ຄຳ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃຫ້​ທ່ານ​ອາ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ,ທ່ານ​ອາ​ບາສຮັບ​ຮອງຄຳ​ລາ​ຂອງ​ທ່ານ​ຮາ​ນີ​ເຢ​ແລະ​ມອບ​ໝາຍ​ໃຫ້​ທ່ານປະກອບ​ລັດຖະບານ​ປະສົມ​ແຫ່ງ​ຊາດ​ຊຸດ​ໃໝ່.

ທ່ານ​ອາ​ບາສຮຽກຮ້ອງ​ທ່ານ​ຮານີ​ເຢ​ໂຄລົບ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ປະຊາ​ຄົມ​ໂລກ​ແລະ​ສັນ​ຍາ​ສະບັບ​ຕ່າງໆ​ທີ່​ເຊັນ​ກັບ​ອົງການ​ປົດ​ປ່ອຍ​ປາ​ເລັສຕີນ;​ໂຄລົບ​ສັນຍາ​ສະບັບຕ່າງໆ​ທີ່​ປາ​ເລັສຕີນກັບ​ອິສຣາ​ແອນ​ເຊັນ​ກັນ. ຫຼັງ​ຈາກ​ໄດ້​ຮັບ​ການ​ມອບ​ໝາຍ​ແລ້ວ ທ່ານ​ຮາ​ນີ​ເຢກ່າວ​ວ່າ,ມື້​ດຽວ​ກັນ ທ່ານ​ເລີ່​ມ​ເຈລະຈາ​ກັບ​ບັນດາ​ພັກ​ຝ່າຍ​ຂອງ​ປາ​ເລັສຕີນ,​ເພື່ອ​ປະກອບລັດຖະບານ​ປະສົມ​ໂດຍ​ໄວ.

ນອກ​ນີ້ ຂ່າວ​ແຈ້ງວ່າ,ວັນ​ທີ 15 ກຸມພາ ທ່ານ​ໂທ​ນີ ສ​ໂນ ​ໂຄສົກ​ທຳນຽບຂາ​ວອາ​ເມ​ລິ​ກາ​ກ່າວ​ວ່າ,ລັດຖະບານ​ປາ​ເລັສຕີນ​ໃນ​ອະນາຄົດ​ຈະຮັບຮອງ​ສິດ​ຊົງ​ຕົວ​ຂອງ​ອິສຣາ​ແອນ,ຢຸດ​ການ​ເຄື່ອນ​ໄຫວ​ກຳລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ອິສຣາ​ແອນ,​ທັງຮັບຮອງ​ເອົາ​ສັນຍາ​ສະບັບ​ຕ່າງໆທີ່​ປາ​ເລັສຕີນກັບ​ອິສຣາ​ແອນ​​ເຊັນ​ກັນ.

ວັນ​ທີ15ກຸມພາ ທ່ານ​ເອຮຸດ ​ໂອ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ທີ່​ໄປ​ຢາມ​ຕວກກີ​ໄດ້​ກ່າວ​ວ່າ,ລັດຖະບານປະສົມ​ແຫ່ງຊາດ​ປາ​ເລັສຕີນ​ທີ່​ຈະ​ສ້າງຕັ້ງຂຶ້ນຄວນ​ປະຕິບັດ​​ເຈດ​ຈຳນົງ​ທີ່​ເປັນ​ຫຼັກການຂອງ4ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງຄື​ສະຫະ​ປະຊາ​ຊາດ ສະຫະພາບ​ເອີ​ລົບ ອາ​ເມ​ລິ​ກາ​ແລະຣັດ​ເຊຍ,ປະລະ​ກຳລັງ​ຮຸນ​ແຮງ,ຮັບຮອງ​ອິສຣາ​ແອນ,​ແລະ​ຮັບຮອງ​ສັນຍາ​ສັນຕິພາບ​ທີ່​ປາ​ເລັສຕີນກັບ​ອິສຣາ​ແອນ​ເຊັນ​ກັນ.