ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-18 16:54:25    
ນາງ​ຮີ​ລາ​ລີ​ຮຽກ​ຮ້ອງ​ໃຫ້​ທ່ານ​ບຸ​ສ​ເລີ່ມ​ຖອນ​ທະ​ຫານ​ພາຍ​ໃນ 90 ມື້

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 17 ກຸມພາ​ນີ້, ນາງ​ຮິ​ລາ​ລີ ​ໂຣດຮາມ ຄຼິນຕັນ ສະມາຊິກ​ສະພາ​ສູງສັງກັດພັກ​ປະຊາ​ທິປະ​ໄຕ​​ອາ​ເມ​ລິ​ກາ​ໄດ້​ປະກາດ​ວີດີ​ໂອ​ຕອນ​ໜຶ່ງ​ຢູ່​ເວັບ​ໄຊ​ຂອງ​ຕົນ​, ​ໂດຍ​ກ່າວ​ວ່າ, ​ແຜນການສົ່ງທະຫານ​​ໄປ​ເພີ່ມ​ຢູ່​ອີຣັກຂອງ​ທ່ານ​ຈອດ ບຸ​ສທີ່​ປະກາດ​ໃນ​ວັນ​ທີ 10 ມັງກອນ​ນີ້​ແມ່ນ​ຢາກ​ສົ່ງ​ທະຫານ​ອາ​ເມ​ລິ​ກາຫຼາຍກວ່າ​ເກົ່າ​ໄປ​ປະຕິບັດ​ນະ​ໂຍບາຍລາຍ​ໜຶ່ງ​ທີ່​ມີ​ຂໍ້​ບົກ​ຜ່ອງຕ່າງໆ, ບໍ່​ມີ​ຄວາມ​ໝາຍ​​ໃດໆ. ​ນາງຮີ​ລາ​ລີ​ສະ​ເໜີໃນ​ຍັດຕິ​ວ່າ, ຄວນຮັກສາ​ຈຳນວນ​ທະຫານ​ອາ​ເມ​ລິ​ກາ​ທີ່​ປະຈຳ​ຢູ່​ອີຣັກ​ຢູ່​ໃນ​ລະດັບ​ວັນ​ທີ 1 ມັງກອນ​ປີ​ນີ້. ພ້ອມ​ກັນນັ້ນ, ອາ​ເມ​ລິ​ກາ​ຄວນ​ເລີ່​ມຖອນ​ທະຫານ​ອອກ​ຈາກ​ອີຣັກພາຍ​ໃນ 90 ມື້. ຖ້າ​ບໍ່​ດັ່ງນັ້ນ, ລັດຖະສະພາ​ກໍ່ຄວນ​ຍົກ​ເລີກ​ສິດ​ອຳນາດ​ທີ່​ໃຫ້ລັດຖະບານບຸ​ສກໍ່​ສົງຄາມ​ອີຣັກ​ໃນ​​ເດືອນ​ຕຸລາ​ປີ 2002.

ນອກ​ນີ້, ຂ່າວ​ແຈ້ງ​ວ່າ, ວັນ​ທີ 17 ກຸມພາ​ນີ້, ນາງ​ຄອນ​ໂດ​ຣີຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມ​ຢາມ​ແບກ​ແດກ ນະຄອນຫຼວງອີຣັກ​ໄດ້​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຢູ່​ແຫ່ງ​ນັ້ນ​ວ່າ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພຂອງ​ອີຣັກດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ແບກ​ແດກນັ້ນ ​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການປົວ​ແປງ​ສະຖານະ​ການ​ອີຣັກ, ​ແຜນການ​ຄວາມ​ປອດ​ໄພ​ສະບັບໃໝ່​ທີ່ອາ​ເມ​ລິ​ກາກັບ​ອີຣັກຮ່ວມ​ກັນ​ປະຕິບັດ​ຢູ່​​ແບກ​ແດກ​ຈະ​ປະຕິບັດ​ຕໍ່​ໄປ​ແລະ​ຈະ​ໄດ້​ຮັບການ​ເພີ່ມທະວີ​ຂຶ້ນ.

ໃນ​ມື້​ດຽວ​ກັນ​ທີ່​ນາງ​ໄລ​ສ໌ຢ້ຽມຢາມ​ອີຣັກຢ່າງ​ກະທັນຫັນ, ​ເມືອງ​ຄີ​ນຄຸກ ​ເມືອງ​ສຳຄັນ​ດ້ານ​ນ້ຳມັນ​ເຊື້ອ​ໄຟທີ່​ຢູ່​ພາກ​ເໜືອ​ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ​ລົດຍົນ, ຢ່າງ​ໜ້ອຍ​ເຮັດ​ໃຫ້ 10 ຄົນ​ເສຍ​ຊີວິດ, 60 ຄົນ​ບາດ​ເຈັບ.