ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-18 18:08:20    
ທ່ານ​ອາບັສຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ໃຫ້​ໂອ​ກາດ​ແກ່​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ປາ​ເລັສ​ຕີນ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 17 ກຸມພາ​ນີ້, ຜູ້​ຊ່ອຍ​ທ່ານ​ມາ​ມູດ ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​​ເວົ້າວ່າ, ມື້​ດຽວ​ກັນ​ຢູ່​ເມືອງ​ລາມາ​ລາ, ທ່ານ​ອາບັສກ່າວ​ວ່າ, ປະຊາ​ຄົມ​ໂລກ​ຄວນ​ໃຫ້​​ໂອກາດ​ແກ່​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕີນ​ແລະ​ຕິດ​ຕໍ່ພົວພັນ​ກັນ​ເຂົ້າ.

ຕາມ​ການ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ອາບັສ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​​ເວລາ​ພົບ​ປະ​ທ່ານ​ດາ​ວິດ​ແວ​ຊີ ທູດ​ພິ​ເສດ​ອາ​ເມ​ລິ​ກາ​ທີ່​ໄປ​ຢາມ. ທ່ານ​ອາບັສຊີ້​ອອກ​ວ່າ, ​ເຖິງ​ວ່າ​ໂຄງການ​ດຳ​ເນີນ​ການ​ປົກຄອງ​ຂອງ​ລັດຖະບານ​ປະສົມ​ທີ່​ຈະ​ສ້າງຕັ້ງຂຶ້ນ​ນັ້ນບໍ່​ສາມາດ​ຕອບ​ສະໜອງ​ຄວາມຮຽກຮ້ອງ​ຂອງ​ປະຊາ​ຄົມ​ໂລກໃນ​ດ້ານ​ຮັບຮອງ​ອິສຣາ​ແອນ​ເປັນຕົ້ນກໍ່ຕາມ, ​ແຕ່​ປະຊາ​ຄົມ​ໂລກ​ກໍ​ຄວນ​ຕິດ​ຕໍ່​ພັວພັນກັບລັດຖະບານ​​ຊຸດ​ໃໝ່​ໃຫ້ຫຼາຍຂຶ້ນ​ກວ່າ​ເກົ່າ.

ມື້​ດຽວ​ກັນ, ນາງ​ຄອນ​ໂດ​ຣີຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ເນັ້ນວ່າ, ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕີນ​ຄວນປະຕິບັດ​ຕາມ 3 ຂໍ້​ທີ່ 4 ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບບັນຫາ​ຕາ​ເວັນ​ອອກ​ກາງ​ສະ​ເໜີ​ອອກ​ເພື່ອ​ແກ້​ໄຂ​ການ​ວິວາດ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​​ໂດຍ​ຜ່ານ​ຊ່ອງ​ທາງ​ການ​​ເມືອງ, ​ເຊັ່ນ​ຮັບຮອງ​ອິສຣາ​ແອນ ປະລະ​ກຳລັງ​ອາວຸດ ​ແລະ​ເຄົາລົບ​ສັນຍາ​ສັນຕິພາບ​ທີ່​ທັງ​ສອງ​ຝ່າຍ​ປາ​ເລັສຕີນ​ອິສຣາ​ແອນ​ໄດ້​ຕົກລົງ​ກັນ​ແລ້ວ.