ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-18 19:33:26    
ອະດີດເລຂາທິ​ການ​ໃຫຍ່​ພັກ​ຈີ​ມີນ​ຍີ່​ປຸ່ນກ່າວ​ວ່າ, ຍີ່​ປຸ່ນ​ຄວນ​ເຂົ້າ​ຮ່ວມ​ການ​ຊ່ອຍ​ເຫຼືອ​ສປປ​ເກົາ​ຫລີ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 18 ກຸມ​ພານີ້, ​ໃນ​ເວລາ​ເຂົ້າຮ່ວມ​ລາຍການ​ສຳພາດ​ຂອງ​​ໂທລະພາບ​ຟີ​ຈີ, ທ່ານ​ຄາ​ໂຕ ​ໂຄ​ອິຊີ ອະດີດ​ເລຂາທິການ​ໃຫຍ່​ພັກ​​ເສລີ​ປະຊາທິປະ​ໄຕຍີ່​ປຸ່ນກ່າວ​ວ່າ, ລັດຖະບານ​ຍີ່​ປຸ່ນຄວນ​ແຍກ​ອອກ​ພິຈາລະນາ​ບັນຫາ"ຊາວ​ຍີ່​ປຸ່ນຖືກ​ລັກ​ພາ​ຕົວ"​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ, ຄວນ​​ໃຫ້ການ​ຊ່ອຍ​ເຫຼືອດ້ານ​ພະລັງງານ​ແກ່​ສປປ​ເກົາຫລີ​ກ້ຽວ​ກອດ​ພ້ອມ​ກັນ​ກັບປະ​ເທດ​ອື່ນ​ຂອງ​ການ​ເຈລຈາ 6 ຝ່າຍ. ຖ້າ​ຍີ່​ປຸ່ນຈົມຢູ່​ໃນ​ບັນຫາ​ລັກ​ພາ​ຕົວຫຼາຍ​ເກີນ​ໄປ​ຈະ​ຖືກ​ປະ​ເທດ​ອື່ນປະຖີ້ມ.

ວັນ​ທີ 13 ກຸມພາ​ນີ້, ​ໃນ​ເວລາ​ອັດ​ກອງ​ປະຊຸມ​ການ​ເຈລະຈາ​ໄລຍະ​ທີ 3 ຮອບ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ ​ໄດ້​ຜ່ານ​"​ເອກະສານ​ຮ່ວມ"​ໂດຍ​ກ່າວ​ວ່າ, ຝ່າຍ​ຕ່າງໆ​ເຫັນ​ດີ​ໃຫ້​ຄວາມ​ຊ່ອຍ​ເຫຼືອດ້ານ​ພະລັງງານ​ແກ່​ສປປ​ເກົາຫລີ, ​ເພື່ອ​ແລກປ່ຽນ​ສປປ​ເກົາຫລີ​ປິດ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ. ​ແຕ່​ຍີ່​ປຸ່ນຍຶດໝັ້ນ​ໃຫ້​ແກ້​ໄຂ​ບັນຫາ"ລັກ​ພາ​ຕົວ​ຄົນ​ຍີ່​ປຸ່ນ"ກ່ອນ, ຖ້າ​ບໍ່​ດັ່ງນັ້ນ, ຍີ່​ປຸ່ນຈະບໍ່ສະໜອງ​ການ​ຊ່ອນ​ເຫຼືອດ້ານ​ພະລັງງານ​ໂດຍ​ກົງ​ແກ່​ສປປ​ເກົາຫລີ.