ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-21 15:58:13    
ທ່ານ​ອາບັສກ່າວ​ວ່າ, ການ​ພົບ​ປະ​ສາມ​ຝ່າຍ​ຄື​ອາ​ເມ​ລິ​ກາ​ປາ​ເລັສ​ຕີນ​ແລະ​ອິສ​ຣາ​ແອນ​ທັງ​ລຳ​ບາກ​ທັງ​ເຄັ່ງ​ຕຶງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ກຸມພາ​ນີ້, ພາຍຫຼັງສິ້ນ​ສຸດ​ການ​ເຈລະຈາ​ກັບ​ສົມ​ເດັດ​ອັບ​ດູ​ນລາ ບິນ ອານ ​ຮຸດ​ແຊນ ​ເຈົ້າຊີວິດ​ຊອກ​ດາ​ນີ​ແລ້ວ, ທ່ານ​ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​​​ໄປ​ຢ້ຽມ​ຢາມ​ຊອກ​ດາ​ນີ​ໄດ້​​ໃຫ້​ສຳພາດຕໍ່​ສື່​ມວນ​ຊົນ​​ໃນ​ແຫ່ງ​ນັ້ນວ່າ, ການ​ພົບ​ປະ​ເຈລະຈາ​ສາມ​ຝ່າຍ​ລະຫວ່າງທ່ານ​ກັບ​ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ເອຮູດ ​ໂອ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນທີ່ຈັດ​ຂຶ້ນ​ຢູ່​ເຢລູຊາ​​ເລັມ​ໃນ​ວັນ​ທີ 19 ກຸມພາ​ນັ້ນທັງ​ລຳບາກ​ທັງ​ເຄັ່ງ​ຕຶງ, ​ແຕ່​ບໍ່​ໄດ້ຫຼົ້ມ​ເຫຼວ. ທ່ານ​ຍັງ​ຈະ​ຈັດການ​ພົບ​ປະ​ກັບ​ທ່ານ​ໂອ​ເມີດ​ອີກ​ໃນ​ໄວໆ​ນີ້.

ທ່ານ​ອາບັສ​ຍັງກ່າວ​ເນັ້ນວ່າ, ຜູ້​ແທນ​ຂອງ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນ​ຫຼືອານ​ຟາ​ຕາ​​ແລະ​ຜູ້​ແທນ​ຂະ​ບວນການ​ຕໍ່ຕ້ານ​ອິສຣາມປາ​ເລັສຕີນ​ຫຼືຮາ​ມັສ ໄດ້ເຊັນ​ສັນຍາ​ແມັກ​ກາ​ຢູ່​ອາ​ລາ​ບີ ​ຊາ​ອູ​ດິດ ​ໃນ​ວັນ​ທີ 8 ​ກຸມພາ​ນີ້, ຈຸດປະສົງ​ແມ່ນ​​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ແລະຄວາມ​ສາມັກຄີ​ຂອງປະຊາຊົນ​​ປາ​ເລັສຕີນ.

ທ່ານ​ອາບັສ​ແລະ​ນາງ​ໄລ​ສ໌​​ໄດ້ເດີນທາງ​ໄປ​ຮອດ​ອຳ​ມານ ນະຄອນ​ຫຼວງຊອກ​ດາ​ນີ​ໃນ​ວັນ​ທີ 20 ກຸມພາ​ນີ້, ​ແລະຕ່າງ​ໄດ້ຈັດ​ການ​ເຈລະຈາ​ກັບ​ສົມ​ເດັດ​ອັບດູນ​ລາ ​ເຈົ້າ​ຊີວິດ​ຊອກ​ດາ​ນີ.