|
 |
(GMT+08:00)
2007-02-21 16:42:32
|
 |
ທ່ານຊຸຍທຽນຂ້າຍເຂົ້າຮ່ວມກອງປະຊຸມໂຕ້ວາທີຢ່າງເປີດເຜີຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບບັນຫາປະຕິຮູບພະແນກຄວາມປອດໄພ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 20 ກຸມພານີ້, ຢູ່ນິວຢວກ, ທ່ານຊຸຍທຽນຂ້າຍ ຜູ້ຊ່ອຍລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມ ກອງປະຊຸມໂຕ້ວາທີຢ່າງເປີດເຜີຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບບັນຫາປະຕິຮູບພະແນກການຄວາມປອດໄພ. ໃນກອງປະຊຸມໂຕ້ວາທີ, ທ່ານຊຸຍທຽນຂ້າຍໄດ້ປະກອບຄຳຄິດຄຳເຫັນວ່າ, ການປະຕິຮູບພະແນກຄວາມປອດໄພໄດ້ກາຍເປັນເນື້ອໃນສຳຄັນຂອງສະຫະປະຊາຊາດໃນການຮັກສາແລະສ້າງສາສັນຕິພາບ, ແລະໄດ້ຮັບຜົນອັນຕັ້ງໜ້າ, ແຕ່ກໍໄດ້ປະເຊີນກັບການທ້າທາຍຫຼາຍຢ່າງ. ການປະຕິຮູບພະແນກຄວາມປອດໄພຄວນແນໃສ່ຄວາມໝັ້ນຄົງຍາວນານແລະການພັດທະນາແບບຍືນຍົງຂອງປະເທດທີ່ກ່ຽວຂ້ອງ, ປະສານສົມທົບແລະຕາບຈູນຊຶ່ງກັນແລະກັນໃນດ້ານວຽກງານຊຸກຍູ້ຄາວມຖືກຕ້ອງປອງດອງກັນ ຟື້ນຟູເສດຖະກິດ ຊຸກຍູ້ການປົກຄອງຕາມກົດໝາຍ ແລະປົກປ້ອງສິດທິມະນຸດເປັນຕົ້ນ, ແລະເສີມຂະຫຍາຍບົດບາດສຳຄັນຂອງສະຫະປະຊາຊາດຢ່າງເຕັມສ່ວນ.
ທ່ານຊຸຍທຽນຂາຍກ່າວເນັ້ນວ່າ, ການປະຕິຮູບພະແນກຮັກສາຄວາມປອດໄພຄວນເຄົາລົບຄວາມປາຖະໜາຂອງປະເທດທີ່ກ່ຽວຂ້ອງ. ປະຊາຄົມໂລກຄວນເອົາໃຈໃສ່ນຳການໃຫ້ຄວາມຊ່ອຍເຫຼືອແລະໃຫ້ຄຳປຶກສາ, ໃຫ້ປະເທດທີ່ກ່ຽວຂ້ອງເລືອກເອົາກົນໄກແລະວິທີທີ່ສອດຄ່ອງກັບສະພາບຂອງປະເທດຕົນ, ບໍ່ຄວນບັງກັບໃຫ້ຜູ້ອື່ນເຮັດຕາມ.
|
|
|