ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-21 17:59:57    
ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ກ່າວ​ວ່າ, ອັງ​ກິດ​ຈະ​ເລີ່ມ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ກຸມພາ​ນີ້​ຢູ່​ວໍ​ຊີງ​ຕັນ, ທ່ານ​ກໍ​ເດີນ ຈອນ​​ໂດຼ ​ໂຄສົກ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມລິ​ກາ​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ, ມື້​ດຽວ​ກັນ, ທ່ານ​​ໂທ​ນີ ​ແບຼ ນາຍົກລັດຖະມົນຕີອັງກິດ​​ໄດ້​ໂທລະສັບ​ຫາ​ທ່ານ​ຈອດ ບຸ​ສ ປະທານ​າທິບໍດີ​ອາ​ເມ​ລິ​ກາ​, ​ໂດຍ​ກ່າວ​ວ່າ, ອັງກິດ​ຈະ​ເລີ່​ມຖອນ​ທະຫານ​ອອກ​ຈາກ​ອີຣັກ.

ທ່ານ​ຈອນ​ໂດຼເວົ້າວ່າ, ອັງກິດ​ເຮັດ​ແນວ​ນີ້​ແມ່ນ​ຂີດ​ໝາຍ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ, ​ສະຖານະ​ການ​ອີຣັກ​​ເດີນໄປ​ສູ່​ຄວາມ​ໝັ້ນທ່ຽງ, ທ່ານ​ບຸ​ສສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ອັງກິດ​ທີ່​ໄດ້ໃຫ້​ຄວາມ​ຊ່ອຍ​ເຫຼືອ​ໃນ​ບັນຫາ​ອີຣັກ. ທ່ານ​ບຸ​ສກ່າວ​ວ່າ, ອາ​ເມ​ລິ​ກາ​ກໍ​ມີ​ຈຸດໝາຍ​ຢາກ​ມອບ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພຂອງ​ອີຣັກ​ແລະຫຼຸດຈຳນວນ​ທະຫານ​ທີ່ປະຈຳຢູ່​ອີຣັກ​ໃຫ້​ໜ້ອຍ​ລົງ.

ນອກ​ນີ້, ສື່​ມວນ​ຊົນ​ອັງກິດ​ເຜີຍ​ໃຫ້​ຮູ້​ວ່າ, ທຳ​ອິດ, ທ່ານ​ແບຼຈະ​ປະກາດຖອນ​ທະຫານ​ 1500 ຄົນອອກ​ຈາກອີຣັກ, ກ່ອນ​ທ້າຍ​ປີ​ນີ້, ຈະ​ຖອນອີກ 1500 ຄົນ​. ຮອດທ້າຍປີໜ້າ, ຈະ​ຖອນ​ທະຫານ 7 ພັນ​ກວ່າ​ຄົນ​ທີ່​ປະຈຳ​ຢູ່​ອີຣັກ​ອອກ​ໝົດ.