ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-22 16:59:33    
ທ່ານ​ແບຼປະກາດ​ວ່າ​ອັງ​ກິດ​ຈະ​ຫຼຸດ​ຈຳ​ນວນ​ທະ​ຫານ​​ທີ່​ປະ​ຈຳ​ຢູ່​ອີ​ຣັກ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 21 ກຸມພາ​ນີ້, ທ່ານ​ໂທ​ນີ ​ແບຼ ນາຍົກລັດຖະມົນຕີອັງກິດ​ປະກາດ​ວ່າ, ລັດຖະບານ​ອັງກິດ​ຕົກລົງ​ຈະຫຼຸດ​ຈຳນວນ​ທະຫານ​​ທີ່​ປະຈຳ​ຢູ່​ອີຣັກຈາກ 7100 ຄົນ​ລົງ​ຮອດ 5500 ຄົນ​ພາຍ​ໃນບໍ່​ທໍ່​ໃດ​ເດືອນ​ຂ້າງ​ໜ້າ.

ຫຼັງຈາກ​ນັ້ນ, ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຢູ່​ແບກ​ແລງ​ວ່າ ​ເຖິງ​ວ່າ​ລັດຖະບານ​ອັງກິດ​ປະກາດ​ຈະ​ຖອນ​ທະ​ຫານ​ສ່ວນໜຶ່ງອອກ​ຈາກ​ອີຣັກກໍ​ຕາມ, ​ແຕ່​ກອງ​ທະຫານນາໆ​ຊາດ​ປະຈຳ​ອີຣັກທີ່​ນຳ​ໂດຍ​ອາ​ເມ​ລິ​ການັ້ນຈະ​ບໍ່​ຖືກ​ກະທົບກະ​ເທືອ​ນຫຍັງ.

ມື້​ດຽວ​ກັນ, ຢູ່​ໂກ​​ເປັນ​ຮາກ ທ່ານ​ອັນ​ເດີ​ສ໌​ ​ຟອກ ລາສ໌ມູ​ເຊັນ ນາຍົກລັດຖະມົນຕີດານມາກກໍ​ປະ​ກາດ​ວ່າ, ທະຫານ​ດານ​ມາກ 460 ຄົນທີ່​ປະຈຳ​ຢູ່ອີຣັກ ​ຈະ​ຖອນ​ອອກ​ຈາກ​ອີຣັກກ່ອນ​ເດືອນສິງຫາ​ປີ​ນີ້. ​ແຕ່​​ໃນ​ມື້​ດຽວ​ກັນ, ລັດຖະສະພາບູນກາຣີພັດ​ອະນຸມັດ​ຍັດຕິ​ທີ່​ໃຫ້​ກອງທະຫານບຸນ​ກາຣີປະຈຳ​ອີຣັກຕໍ່​​ເວລາ​ປະຈຳອີກ​ປີ​ໜຶ່ງ. ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຣູມາ​ນີກໍ​ກ່າວ​ວ່າ, ​ຣູມາ​ນີຈະ​ສືບ​ຕໍ່ປະຕິບັດ​ຄຳ​ໝັ້ນສັນຍາ​ຕໍ່​ກອງ​ທະຫານ​ນາໆ​ຊາດ​ທີ່​ປະຈຳ​ອີຣັກ.