ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-23 16:31:23    
ກອງ​ປະກອບອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ອີ​ຣັກ​ກ່າວ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​​ໂຈມ​ຕີ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ທະ​ຫານ​ລັດ​ຖະ​ບານ​ອີ​ຣັກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 22 ກຸມພາ​ນີ້, 3 ອົງການ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ອີຣັກຄື​ອົງການ​ອານ​ເຄດາ​ສາຂາ​ອີຣັກ ປະ​ເທດ​ອິສລາມ​ອີຣັກ ​ແລະ​ທະຫານ​​ເດີ ມາ​ເຮີ​ດີນິກາຍ​ຊີອະ​ໄດ້​ອອກ​ຖະ​ແຫຼງການ​ຜ່ານ​ອິນ​ເຕີ​​ເນັດ​, ​ໂດຍ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ບຸກໂຈມ​ຕີ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ທະຫານ​ລັດຖະບານ​ອີຣັກ.

ປັດຈຸບັນ, ຖະ​ແຫຼງການທັງ 3 ດັ່ງ​ກ່າວ​ແມ່ນ​ແທ້ຫຼືປອມ​ຍັງ​ບໍ່​ສາມາດ​ຢືນຢັນ​ໄດ້​ເທື່ອ.

ນອກ​ນີ້, ວັນທີ 22 ກຸມພາ​ນີ້, ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ແຈ້ງ​ຂ່າວ​ວ່າ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນ​ແຜນການ​ສົ່ງ​ທະຫານ​ໄປ​ເພີ່ມ​ຢູ່​ອີຣັກຂອງ​ທ່ານ​ຈອດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ມີ​ແຜນການ​ຈະ​ສົ່ງ​ສະມາຊິກ​ກອງ​ປ້ອງ​ກັນ​ແຫ່ງ​ຊາດປະມານ 1 ໝື່ນ 4 ພັນ​ຄົນ​ໄປ​ອີຣັກ​ໃນຕົ້ນ​ປີໜ້າ.