ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-24 17:11:13    
ສປປ​ເກົາຫຼີ​ເຊີ​ນຜູ່​ອຳນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປ​ະລະ​ມາ​ນູ​ສາ​ກົນ​ຢ້ຽມ​ຢາມ​ສປປ​ເກົາຫຼີ

cri Author: da
ຕາມ​ຂ່າວສາ​ນຊິ​ນຮວາ: ວັນ​ທີ 23 ກຸມພາ​ນີ້ ຢູ່​ກຸງ​ວຽນ ທ່ານ​ໂມ​ຮາ​ເມັດ ບາຣາດີ ຜູ່​ອຳນວຍ​ການ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນປະກາດ​ວ່າ,ຝ່າຍ​ສປປ​ເກົາຫຼີ​ໄດ້​ເຊີນ​ທ່ານ​ໄປຢ້ຽມ​ຢາມ​ສປປ​ເກົາຫຼີ,​ເພື່ອ​ຫາລື​ບັນຫາ​ຂໍ້​ປີກ​ຍ່ອຍກ່ຽວ​ກັບການ​ປິດ​​ສິ່ງ​ກໍ່ສ້າງນິວ​ເຄຼຍຂອງສປປ​ເກົາຫຼີ.

ທ່ານ​ບາຣາດີ​ກ່າວ​ວ່າ,ທ່ານ​ຈະ​ສຳ​ຫຼວດສປປ​ເກົາຫຼີ​​ຈະ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ການ​ພົວພັນ​ອັນ​ເປັນ​ປົກກະຕິ​ກັບ​ອົງການ​ພະລັງງານ​ປະລະມານູ​ສາກົນ,​ແລະ​ປະຕິບັດ​ມະຕິ​ກ່ຽວ​ກັບ​ການ​ປິດ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ແນວ​ໃດ. ຕາມເຈົ້າໜ້າ​ທີ່​ອົງການ​ພະລັງງານ​ປະລະມານູ​ສາກົນ​ເວົ້າວ່າ,ທ່ານ​ບາຣາຕີ​ມີ​ຫວັງ​ເລີ່​ມຢ້ຽມຢາມ​ສປປ​ເກົາຫຼີ​​ໃນ​ຕົ້ນ​ເດືອນ​ມີນາ.

ມື້​ດຽ​ວກັນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສປປ​ເກົາຫຼີ​​ຕົກລົງ​​ເຊີນ​ທ່ານ​ບາຣາດີ​ໄປຢ້ຽມ​ຢາມ,​ແລະ​ກ່າວ​ວ່າ​ ນີ້​​ແມ່ນ​ວີ​ແວ​ວ ອັນຕັ້ງໜ້າ,​ໄດ້​ຢ່ວງ​ບາດກ້າວ​ໜຶ່ງ​ເພື່ອ​ປະຕິບັດ​ເອກະສານ​ຮ່ວມກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​​ແຫຼມ​ເກົາຫຼີ​ທີ່​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ໃນ​ການ​ເຈລະຈາ 6 ຝ່າຍ​ໃນ​ວັນ​ທີ 13 ກຸມພາ​ປີນີ້.