|
 |
(GMT+08:00)
2007-02-24 19:09:12
|
 |
ຜູ່ຊ່ຽວຊານດ້ານໄຂ້ຫວັດສັດປີກຂອງອາເມລິກາຮຽກຮ້ອງໃຫ້ທົ່ວໂລກຊມໃຊ້ໝາກຜົນການຄົ້ນຄວ້າຕົວຢ່າງໄວລັສແລະວັກແຊງໄຂ້ຫວັດສັດປີກ
cri
Author: da
ຕາມຂ່າວCRI:ວັນທີ 23 ກຸມພານີ້ ທ່ານຈອນ ລານຈ໌ ຜູ່ຊ່ຽວຊານດ້ານໄຂ້ຫວັດສັດປີກຂອງອາເມລິກາທີ່ໄປຢາມເຊີແນວໄດ້ຮຽກຮ້ອງໃຫ້ທົ່ວໂລກຊົມໃຊ້ໝາກຜົນຄົ້ນຄວ້າຕົວຢ່າງໄວລັສໄຂ້ຫວັດສັດປີກແລະວັກແຊງທີ່ກ່ຽວຂ້ອງ.
ໃນໄລຍະຢ້ຽມຢາມ,ທ່ານລານຈ໌ໄດ້ພົບປະເຈລະຈາກັບທ່ານນາງມາເກຼັດ ຈັນ ຜູ່ອຳນວຍການອົງການອະນາໄມໂລກ.ສອງຝ່າຍໄດ້ຫາລືສະພາບໄຂ້ຫວັດສັດປີກໃນທົ່ວໂລກໃນສະເພາະໜ້ານີ້,ເປັນເອກະສັນກັນເຫັນວ່າ ປະເທດຕ່າງໆໃນໂລກຄວນຮ່ວມກັນລົງເລິກຄົ້ນຄວ້າໄຂ້ຫວັດສັດປີກ,ຜະລິດວັກແຊງທີ່ສາມາດປ້ອງກັນການແຜ່ລະບາດໄຂ້ຫວັດສັດປີກລະຫວ່າງຄົນກັບຄົນ,ເພື່ອຫຼີກເວັ້ນບໍ່ໃຫ້ເກີດສະພາບໄຂ້ຫວັດສັດປີກຢ່າງຂະໜາດໃຫຍ່.
ຕົ້ນເດືອນກຸມພານີ້,ອິນໂດເນເຊຍ ປະເທດທີ່ປະສົບໄຂ້ຫວັດສັດປີກຮ້າຍແຮງກວ່າໝູ່ໃນທົ່ວໂລກໄດ້ເຊັນສັນຍາເບື້ອງຕົ້ນກັບບໍລິສັດຜະລິດຢາບາກສ໌ເທີຂອງອາເມລິກາ.ອິນໂດເນເຊຍສະໜອງຕົວຢ່າງເຊື້ອພະຍາດໄຂ້ຫວັດສັດປີກແບບ H5N1 ໃຫ້ບໍລິສັດບາກສ໌ເທີ,ບໍລິສັດນີ້ຈະສະໜອງເຕັກນິກຈຳເພາະເພື່ອຜະລິດວັກແຊງ,ເພື່ອແບ່ງຜົນກັບອິນໂດເນເຊຍ. ໃນຂະນະດຽວກັນນີ້,ອິນໂດເນເຊຍກໍ່ໄດ້ເຊົາວຽກສະໜອງຕົວຢ່າງເຊື້ອພະຍາດໃຫ້ອົງການອະນາໄມໂລກ.ເຫດການນີ້ໄດ້ຮັບຄວາມເອົາໃຈໃສ່ຢ່າງກວ້າງຂວາງ,ແລະຖືກເຫັນວ່າ ນີ້ຈະສະກັດກັ້ນການປ້ອງກັນແລະປີ່ນປົວໄຂ້ຫວັດສັດປີກຂອງທົ່ວໂລກ.
|
|
|