ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-25 17:29:37    
ການ​ເຈ​ລະ​ຈາ​​ລະ​ຫວ່າງ​ອິສ​ຣາ​ແອນ​ກັບ​ປາ​ເລັສ​ຕີນ​ກ່ຽວ​ກັບ​ບັນຫາ​ປ່ອຍ​ຕົວ​ທະຫານ​ທີ່​ຖືກ​ລັກ​ພາ​ຕົວໄດ້​ຮັບ​ຄວາມ​ຄືບ​ໜ້າ

cri Author: da
ຕາມຂ່າວCRI: ວັນ​ທີ 24 ກຸມພາ​ນີ້ ​ໂທລະພາບ​ຊ່ອງ 10 ຂອງ​ອິສຣາ​ແອນ​ລາຍ​ງາ​ນວ່າ,ການ​ເຈລະຈາ​ລະຫວ່າງອິສຣາ​ແອນ​ກັບ​ປາ​ເລັສຕີນກ່ຽວ​ກັບການປ່ອຍ​ຕົວທ້າວ​ຈີ​ລັດ ຊາ​ລິດ ​ທະຫານອິສຣາ​ແອນ​ທີ່​ຖືກກອງ​ປະກອບ​ອາວຸດ​ປາ​ເລັສຕີນ​ລັກ​ພາ​ຕົວ​ໃນ​ປີ​ກາຍ​ນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ.

ຕາມ​ຂ່າວ​ແຈ້ງວ່າ,​ໃນ 10 ກວ່າ​ມື້ກ່ອນ ຜູ່​ແທນ​ຂອງ​ອິສຣາ​ແອນ​ກັບປາ​ເລັສຕີນກໍ່​​ໄດ້​ຜ່ອນ​ສັ້ນຜ່ອນ​ຍາວ​​ກ່ຽວ​ກັບ​ບັນຫາ​ດັ່ງກ່າວນີ້​ແລ້ວ,ອິສຣານ​ແອນ​ເຫັນ​ດີ​ປ່ອຍ​ຕົວ​ຊາວ​ປາ​ເລັສຕີນ​ຫຼາຍ​ຮ້ອຍ​ຄົນ​ທີ່​ຖືກ​ຄຸມ​ຂັງ,​ເພື່ອ​​ເປັນ​ການ​​ແລກປ່ຽນ,ຝ່າຍ​ປາ​ເລັສຕີນຈະ​ປ່ອຍ​ຕົວ​ທ້າວ​ຊາ​ລິດ.

ນອກ​ນີ້ ໂທລະພາບ​ຊ່ອງ 2 ຂອງ​ອິສຣາ​ແອນ​ລາຍ​ງານ​ວ່າ,ປາ​ເລັສຕີນ​ຈະ​ສະໜອງ​ລາຍ​ຊື່ທີ່​ຮຽກຮ້ອງ​ໃຫ້​ອິສຣາ​ແອນ​ປ່ອຍ​ຕົວນັ້ນສະບັບ​ໜຶ່ງ. ຫຼັງ​ຈາກ​ນັ້ນ ປາ​ເລັສຕີນກັບ​ອິສຣາ​ແອນ​ຈະ​ຫາລື​ລາຍ​ຊື່​ສະບັບ​ນີ້,ກະ​ວ່າ ການ​ປຶກສາ​ຫາລື​ກັນຈະ​ຍືດ​​ເຍືອ​ເປັນ​ເວລາ​ຫຼາຍ​ອາທິດ.