ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-26 18:44:49    
ທະ​ຫານ​ອິສ​ຣາ​ແອນ​ລ່ວງ​ລ້ຳ​ເຂົ້າ​ນາ​ບຼຸສ​ຢ່າງ​ຂະ​ໜາດ​ໃຫຍ່ ຈັບ​ຊາວ​ປາ​ເລັສ​ຕີນ​ຫຼາຍ​ຄົນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ຮຸ່ງ​ເຊົ້າວັນ​ທີ 25 ກຸມພາ ທະຫານ​ອິສຣາ​ແອນ ລ່ວງ​ລ້ຳ​ເຂົ້ານາ​ບຼຸສ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນຢ່າງ​ຂະໜາດ​ໃຫຍ່,​ຈັບ​ຊາວ​ປາ​ເລັສຕີນ​ຢ່າງ​ໜ້ອຍ 25 ​ຄົນ,ຖືກ​ຝ່າຍ​ປາ​ເລັສຕີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ.

ຕາມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ຕອນຮຸ່ງ​ເຊົ້າປະມານ 3 ​ໂມງ​ ທະຫານ​ອິສຣາ​ແອນຫຼາຍ​ຮ້ອຍ​ຄົນ​ຂີ່​ລົດ​ຫຸ້ມ​ເກາະ​ເຂົ້າສູ່​ເຂດ​ເທດສະບານ​ນາບຼຸສ,ປິດ​ທາງສາຍ​ຕົ້ນຕໍທີ່​ເນັ່ງ​ໄປ​ສູ່​ພາຍ​ນອກ​ຢ່າງ​ວ່ອງ​ໄວ,​ແລະ​ປະກາດ​ວ່າ​ຫ້າມ​ສັນຈອນ​ໃນ​ກາງຄືນ​ຢູ່​ບາງ​ເຂດ​ຂອງ​ນາບຼຸສ.

​ໂຄສົກ​ຝ່າຍ​ທະຫານ​ອິສຣາ​ແອນ​ກ່າວ​ວ່າ,ຈຸດປະສົງ​ຂອງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ເທື່ອ​ນີ້​ແມ່ນ"ລົບ​ລ້າງ​ທີ່ໝັ້ນຂອງພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ເມືອງ​ນາບຼຸສ".

ຫ້ອງການ​ຂອງ​ທ່ານ​ອາ​ບາສ ປະທານ​ອົງການ​ອຳນາດ​ແຫ່​ງຊາດ​ປາ​ເລັສຕີນ​ອອກ​ຖະ​ແຫຼ​ງການ​ຊີ້​ອອກ​ວ່າ,ການ​ຮຸກ​ຮານ​ຢ່າງ​ປ່າ​ເຖື່ອນ​ຂອງ​ອິສຣາ​ແອນ​ຕໍ່​ນາ​ບຼຸສຈະ​ຂົ່ມຂູ່​ເຖິງ​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຝ່າຍ​ອິສຣາ​ແອ​ນຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ໃນ​ຫຼາຍ​ເດືອນ​ມາ​ນີ້.