ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-26 20:11:23    
ລາວ​​ພົບ​ຜູ້​ຖືກ​ສົງ​ໄສ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຜູ້​ທຳ​ອິດ

cri

ຕາມຂ່າວ​CRI:ວັນ​ທີ26ກຸມພາ​ນີ້,ກະ​ຊວງ​ສາທາ​ລະນະ​ສຸກ​ລາວ​ຢືນຢັນ​ວ່າ,​ໄດ້​ພົບ ຜູ້​ຖືກ​ສົງໄສ​ເປັນພະ​ຍາດໄຂ້​ຫວັດ​ສັດ​ປີກ​ຜູ້​ທຳ​ອິດ​ຢູ່​ລາວ.

ມື້​ດຽວ​ກັນ,ວິທະຍຸ​ວຽງ​ຈັນ​ຂອງລາວ​ລາຍ​ງານ​ວ່າ,ປະກາດ​​ແຈ້ງ​ຂ່າວ​ຂອງ​ກະຊວງ​ສາທາ​ລະນະ​ສຸກ​ລາວຂຽນ​ວ່າ,ຜູ້ສາວ​​ອາຍຸ15​ປີຜູ້​ໜຶ່ງ​ທີ່​​ເຮັດ​ວຽກ​ຢູ່ຟາ​ມລ້ຽງ​ໄກ່​ຊານ​​ເມືອງ​ນະຄອນຫຼວງ​ວຽງ​ຈັນ​ຖືກ​ສົງ​ໄສ​​ຕິດ​ເຊື້ອ​ພະຍາດ​​ໄຂ້ຫວັດ​ສັດ​ປີກແບບ​H5.ໃນ​ເດືອນມັງກອນ​ປີ​ນີ້,ຟາ​ມລ້ຽງ​ໄກ່​ແຫ່ງ​ນີ້​ເຄີຍ​ມີ​ໄກ່​ຕິດ​ເຊື້ອ​ພະຍາດ​ໄຂ້ຫ​ວັດ​ສັດ​ປີກ.ປັດຈຸບັນ,ຜູ້ສາວ​ຜູ້​ນີ້​ໄດ້​ຖື​ກສົ່ງ​ໄປ​ໂຮງໝໍ​ຂອງ​ໄທ​​​ເພື່ອ​ສັງ​ເກດ​ຕໍ່​ໄປ.

ປະ​ເທດ​ອາຊີ​ອາຄະ​ເນ​ແມ່ນ​ເຂດ​​ປະສົບ​ໄຂ້ຫວັດ​ສັດ​ປີກ​ຢ່າງ​ຮ້າຍ​ແຮງ,ລາວ​ກໍ່ເຄີຍ​ເກີດ​ເຫດ​ການ​ສັດ​ປີກ​ຕິດ​ເຊື້ອ​ພະຍາດ​​ໄຂ້ຫວັດ​ສັດ​ປີກຫຼາຍ​ລາຍ,​ແຕ່​ບໍ່​ເຄີຍ​ມີ​ຄົນ​ຕິດ​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ.ປັດ​ຈຸບັນ,ກະ​ຊວງ​ສາທາ​ລະນະ​ສຸກ​ລາວ​ໄດ້​ກຳນົດ​ເຂດ​ອ້ອມ​ຂ້າງ​ຟາ​ມລ້ຽງ​ໄກ່​ແຫ່ງ​ນີ້​​ເປັນ"​ເຂດລະ​ມັດ​ລະ​ມັງ​ສີ​ແດງ",​ເພິ່ມທະ​ວີການ​ດັບເຊື້ອ​ຕໍ່ສັດ​ປີກ,ປ້ອງ​ກັນ​​ຢ່າງ​ເຄັ່ງ​ຄັດບໍ່​​ໃຫ້​ເຊື້ອ​ພະຍາດ​ແຜ່​ລະບາດ.