ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-28 18:14:12    
ນາງ​ໄຣສ໌​ກ່າວ​ວ່າ​ການ​ແກ້​ໄຂ​ບັນ​ຫາ​ອີ​ຣັກ​ຕ້ອງ​ການ​ການ​ສະ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ໃກ້​ຄຽງ​ຂອງ​ອີ​ຣັກ

cri

ຕາມ​ຂ່າວCRI:ວັນ​ທີ27​ກຸມພາ​ນີ້,ນາງ​ຄອນ​ໂດ​ລີ​ຊາ ໄຣສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ເຫັນ​ວ່າ,ການ​ແກ້​ໄຂບັນຫາ​ອີຣັກຕ້ອງການ​ການສະໜັບສະ​ໜູນປະ​ເທດ​ໃກ້​ຄຽງ​ຂອງ​ອີຣັກ.ມື້​ດຽວ​ກັນ,ອີຣັກ​ໄດ້​ເກີດ​ເຫດການລະ​ເບີດຫຼາຍ​ເທື່ອ,​ເຮັດ​ໃຫ້ມີຫຼາຍສິບ​ຄົນ​ເສຍ​ຊີວິດ​ຫຼື​ບາກ​ເຈັບ.

ມື້​ດຽວກັນ,ກະຊວງ​ການຕ່າງປະ​ເທດອາ​ເມ​ລິ​ກາ​ໄດ້​ແຈກ​ຢາຍ​​ໃບກ່າວ​ຄຳ​ປາຖະ​ກະຖາ​ຢູ່​ສະພາ​ສູງຂອງ​​ນາງ​ໄຣສ໌.​ໃນ​ບົດ​ປາຖະ​ກະຖາ,ນາງ​ໄຣສ໌​ເວົ້າ​ວ່າ,ອາ​ເມ​ລິ​ກາ,ອີຣານ​ແລະ​ຊີ​ຣີຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ທີ່​ແນ​ໃສ່​ຊຸກ​ຍູ້​ອີຣັກ​ບັນ​ລຸ​ສະຖຽນລະ​ພາບ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ແບັກ​ແດັດ​ໃນ​ກາງ​ເດືອນ​ມີນາປີ​ນີ້.ນາງຫວັງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງກຳ​ເອົາ​ໂອກ​າດ​​ເທື່ອ​ນີ້,ປັບປຸງ​ການ​ພົວພັນ​ກັບ​ອີຣັກ,ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ກ່ອນ​ໜ້າ​ນີ້,ລັດຖະບານ​ບຸ​ສຂວ້ຳ​ບາດ​ຂໍ້​ສະ​ເໜີກ່ຽວ​ກັບການ​ຈັດ​ເອົາ​ອີຣານ​ແລະຊີຣີ​ເຂົ້າ​ໃນ​ການ​ເຈລະຈາ​ທາງ​ການ​ທູດ​ກ່ຽວ​ກັບບັນຫາ​ອີຣັກ​ຂອງ​ລັດຖະ​ສະພາ​ແຫ່ງ​ຊາດ​ແລະໜ່ວຍ​ຄົ້ນຄວ້າ​ບັນຫາ​ອີຣັກທີ່​ຮັບຜິດ​ຊອບ​ການປະ​ເມີນ​ນະ​ໂຍບາຍ​ຕໍ່​ອີຣັກ​ຂອງ​ອາ​ເມ​ລິ​ກາໂດຍ​ຕະຫຼອດ.ສື່​ມວນ​ຊົນ​ອາ​ເມລິ​ກາ​ເຫັນ​ວ່າ,ການ​ກ່າວ​ຄຳ​ປາ​ໄສ​ຂອງ​ນາງ​ໄຣສ໌​ດັ່ງກ່າ​ວະສະ​ແດງ​ໃຫ້​ເຫັນ​ວ່າ,ຫຼັກ​ໝັ້ນ​ຂອງ​ລັດຖະບານ​ບຸ​ສ​ໄດ້ມີ​ການ​ປ່ຽນ​ແປງ​ແລ້ວ.