ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-28 19:26:59    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ພົບ​ປະ​ທ່ານ​ຖາງ​ເຈ່ຍ​ສວນ

cri
ຕາມ​ຂ່າວCRI,​ວັນ​ທີ27​ກຸມພາ​ນີ້,ຢູ່​ທີ່​ບາງກອກ,​ພົນ​ເອກ​ສຸລະ​ຍຸດ ຈຸລາ​ນົນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ພົບ​ປະ​ທ່ານ​ຖາງ​ເຈ່ຍ​ສວນ ທີ່​ປຶກສາ​ແຫ່ງລັດ​ຈີນ​ທີ່​ພວມ​ຢ້ຽມຢາມ​ໄທ.

ພົນ​ເອກ​ສຸ​ລະ​ຍຸດ ກ່າວ​ວ່າ,​ລະ​ຫວ່າງ​ໄທ​ຈີນ​ມີ​ການ​ພົວພັນ​ຮ່ວມ​ມື​ທີ່​ສະ​ໜິດ​ແໜ້ນ ໝັ້ນ​ທ່ຽງ​ແລະ​ຮອບ​ດ້ານ,​ມິດ​ຕະ​ພາບ​ໄທ​ຈີນ​ແມ່ນ​ໝັ້ນ​ຄົງ​ຖາ​ວອນ.​ທ່ານ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ລັດ​ຖະ​ບານ​ໄທ​ຊຸດ​ປັດ​ຈຸ​ບັນ​ແລະ​ກ່າວ​ວ່າ​ທ່ານ​ຄອງ​ຄອຍ​ຈະ​ຢ້ຽມ​ຢາມ​ຈີນ​ໂດຍ​ໄວ.

ທ່ານ​ຖາງ​ເຈ່ຍ​ສວນ​ກ່າວ​ວ່າ,ຈີນ​ໄທ​​ເກາະ​ແຂນ​ຮ່ວມ​ມືກັນ​ບໍ່​ພຽງ​ແຕ່​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ເທົ່າ​ນັ້ນ,ພ້ອມ​ກັນ​ນັ້ນ​ກໍ​ຍັງ​ໄດ້​ປະກອບສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.ທ່ານ​ຖາງ​ເຈ່ຍ​ສວນ​ກ່າວ​ເນັ້ນ​ວ່າ:ບໍ່​ວ່າ​ສະພາບ​ສາ​ກົນ​ຈະ​ປ່ຽນ​ແປງ​ແນວ​ໃດ,​ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ຈີນ​ທີ່ມີ​ຕໍ່​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ໄທ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ.