ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-01 18:10:59    
ອາ​ເມ​ລິ​ກາ​ບໍ່​ໄດ້​ປ່ຽນ​ແປງ​ຫຼັກ​ໝັ້ນ​ຕໍ່​ອີ​ຣານ​ແລະ​ຊີ​ຣີ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 28 ກຸມພາ​ແລ້ວ​ນີ້ ທ່ານ​ໂທ​ນີ ສະ​ໂນ ​ໂຄສົກ​ທຳນຽບ​ຂາວ​ອາ​ເມລິ​ກາ​ເວົ້າ​ວ່າ,​ເຖິງ​ວ່າ​ອາ​ເມ​ລິ​ກາ​ເຫັນ​ດີ​ພ້ອມ​ກັນ​ກັບ​ອີຣານ​ແລະ​ຊີຣີ​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກ​ທີ່​ຈັດ​ຂຶ້ນຢູ່​ແບັກ​ແດັດ​ໃນ​ວັນ​ທີ 10 ມີນາ​ນີ້​ກໍ​ຕາມ,​ແຕ່​ນີ້​ບໍ່​ໝາຍ​ຄວາມ​ວ່າ​ອາ​ເມ​ລິ​ກາ​ຈະ​ປ່ຽນ​ແປງ​ຫຼັກໝັ້ນ​ຕໍ່​ສອງ​ປະ​ເທດ​ດັ່ງກ່າວ.

ກ່ອນ​ນີ້​ມື້ໜຶ່ງ,​ທ່ານ​ນາງ​ຄອນ​ໂດ​ລີ​ຊາ ​ໄລສ໌ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ວ່າ,ອາ​ເມ​ລິ​ກາ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກ,​ແລະ​ສະໜັບ​ສະໜູນ​ລັດຖະບານ​ອີຣັກ​ເຊື້ອ​ເຊີນ​ອີຣານ​ແລະ​ຊີຣີ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຫາງ​ສຽງ​ສາກົນ​ມີ​ຄວາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,​ນີ້​ແມ່ນ​​ລັດຖະບານ​ບຸສ​ມີການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ຫຼັກໝັ້ນ​ທີ່​ບໍ່​​ເຈລະຈາ​ໂດຍ​ກົງ​ກັບ​ອີຣານ​ກ່ຽວ​ກັບ​ບັນຫາ​ອີຣັກ​ໃນຫຼາຍ​ເດືອນ​ມາ​ນີ້.

ວັນ​ທີ 28 ກຸມພາ​ແລ້ວ​ນີ້ ທ່ານ​ອາລີ ລາຣີຈາ​ນີ ​ເລຂາ​ທິການ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ສູງ​ສຸດ​ແຫ່ງ​ຊາດ​​ອີຣານກ່າວ​ວ່າ,​ອີຣານ​ສະໜັບ​ສະໜູນ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ທີ່​ໝາຍ​ຈະ​ແກ້​ໄຂ​ບັນຫາ​ອີຣັກ. ກະຊວງ​ການ​ຕ່າງປະ​ເທດ​ຊີຣີ​ອອກ​ຖະ​ແຫຼງການ​ວ່າ,ອາ​ເມ​ລິ​ກາ​ແລະ​ຊີຣີ​ເຈລະຈາ​ກັນກ່ຽວ​ກັບ​ບັນຫາ​ອີຣັກ​ແມ່ນ​ຢ່ວງ​ບາດກ້າວ​ໄປ​ສູ່​ທິດ​ທີ່​ຖືກຕ້ອງ.

ປັດຈຸບັນ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ອີຣັກ​ເຊິ່ງ​ລວມທັງ​ອີຣານ​ແລະ​ຊີຣີລ້ວນ​ແຕ່​ເຫັນ​ດີ​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກ​ເທື່ອນີ້. ​ນອກ​ນີ້,​ລັດຖະບານ​ອີຣັກທີ່​ເປັນ​ເຈົ້າພາບ​ຍັງ​ໄດ້​ເຊື້ອ​ເຊີນ​ຜູ້​ແທນ​ຂອງບາງ​ປະ​ເທດ​ມຸສລິມ​ທີ່​ສຳຄັນ​ແລະຂອງ 5 ປະ​ເທດ​ມົນຕີ​ຖາວອນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເຂົ້າຮ່ວມ​ກອງ​ປະຊຸມ.