ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-05 20:45:22    
ການ​ຄ້າ​ປະ​ຈຳ​ປີ​ລະ​ຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ອາດ​ຈະ​ບັນ​ລຸ​ເຖິງ 50 ຕື້​ໂດ​ລາ​ກ່ອນ​ເວລາ​ຄາດ​ຫມາຍ

cri Author: sayvanny
ຕາມ​ຂ່າວສານ​ຈີນ:ວັນ​ທີ 4 ມີນາ​ນີ້,ທ່ານ​ເສິງ​ຢົງ​ຮວາ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ເຜີຍ​ໃຫ້​ຮູ້​ວ່າ,​ເປົ້າຫມາຍ​ທີ່​ຈີນ​ກັບ​ມາ​ເລ​ເຊຍ​ຄາດ​ໄວ້ຄື​ເມື່ອ​ຮອດ​ປີ 2010 ໃຫ້ບໍລິ​ມາດການ​ຄ້າປະຈຳ​ປີ​ຂອງ​ສອງ​ປະ​ເທດນັ້ນອາດ​ຈະ​ບັນລຸ​ຜົນ​ເປັນ​ຈິງ​ໄດ້​ກ່ອນ​​ເວລາ​ກຳນົດ​ສອງ​ປີ,ຄື​ຈະບັນລຸ​ຜົນ​ເປັນ​ຈິງ​ໃນ​ປີ 2008.

ວັນ​ທີ 4 ມີນາ​ນີ້​ແມ່ນ​ບຸນ​ເຂົ້າຫນົມ​ບົວລອຍ​ຕາມ​ປະ​ເພນີ​ຂອງຈີນ. ສະຖານທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ໄດ້​ຈັດ​ງານ​ລ້ຽງ​ຢ່າງ​ໃຫຍ່​ໂຕ,ທ່ານ​ເອກ​ອັກຄະ​ລັດຖະ​ທູດ​ເສິງ​ຢົງ​ຮວາ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ຄຳ​ອວຍພອນ​ຕໍ່​ແຂກ​ຜູ່​ມີ​ກຽດ​ທີ່​ໄປ​ເຂົ້າຮ່ວມ​ງານ​ລ້ຽງ​ດັ່ງກ່າວ.