ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-13 20:42:04    
ປະຊາ​ຄົມ​ໂລກ​ສົນ​ໃຈ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ສ້າງ​ສາ​ພັດ​ທະ​ນາ​ຂອງ​ຈີນ​ທີ່​ກອງ​ປະ​ຊຸມ​ສອງ​ສະ​ພາ​ສົ່ງ​ອອກ​ມາ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນຫຼາຍມື້​ມາ​ນີ້, ຂ່າວ​ຄາວກ່ຽວ​ກັບ​ການ​ສ້າງສາ​ພັດທະນາ​ຂອງ​ຈີນ​ທີ່ກອງ​ປະຊຸມ​ຄັ້ງທີ 5 ສະ​ໄໝ​ທີ 10 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສົ່ງ​ອອກ​ມາ​ນັ້ນ​ໄດ້​ກາຍ​ເປັນ​ຈຸດໜັກທີ່​ສື່​ມວນ​ຊົນ​ຕ່າງປະ​ເທດແລະ​ຜູ້​ຊ່ຽວຊານ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ​ສົນ​ໃຈນຳ.

ນັບແຕ່​ກອງ​ປະຊຸມ​ສອງ​ສະພາ​ໄຂ​ຂຶ້ນ​ເປັນຕົ້ນມາ​, ຂ່າວສານ​ຝ່າຍ​ທາງ​ການ​ຂອງ​ເອຢິບ​ຄືຂ່າວສານ​ຕາ​ເວັນ​ອອກ​ກາງ​ໄດ້​​ເອົາ​ໃຈ​ໃສ່​ແລະ​ລາຍ​ງານ​ກອງ​ປະຊຸມ​ໂດຍ​ຕະຫຼອດ, ນອກ​ນີ້, ໜັງສືພິມ​ຂ່າວແລະ​ໜັງສືພິມທາດ​ປີ​ລະ​ມິດຂອງ​ເອຢິບ​ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່ລັດຖະບານ​ຈີນ​ທີ່ຍົກ​ສູງຄວາມ​ສາມາດ​ກຳອຳນາດ​.

ຂ່າວສານກາ​ຊັກ​ສະ​ຕັງ​ກໍ​ໄດ້​ແຈ້ງ​ຂ່າວກ່ຽວ​ກັບ​ຫົວ​ຂໍ້​ຫາລືທີ່​ກ່ຽວຂ້ອງ​ຂອງ​ກອງ​ປະຊຸມ​ສອງ​ສະພາ.
​ວັນ​ທີ 12 ມີນາ​ນີ້, ທ່ານ​ສະ​ເຕ​ເຟີ​ນ ​ເປ​ລີ ປະທານ​ສະ​ໂມ​ສອນ 48 ກຸ່ມ​ຂອງ​ອັງກິດ​ກ່າວ​ວ່າ, ສະພາ​ຜູ້​ແທນ​ປະຊາຊົນ​ຈີນ​ຈະ​ຜ່ານ​​ກົດໝາຍ​ວ່າ​ດ້ວຍສິດ​ຊັບ​ສິນ​ແມ່ນ​ເລື່ອງ​ດີ, ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​ສະບັບ​ໃໝ່​ໄດ້​ເຮັດ​ໃຫ້​ອາກອນ​ຂອງ​ວິ​ສາ​ຫະກິດ​ຈີນ​ແລະ​ວິ​ສາ​ຫະກິດ​ຕ່າງປະ​ເທດໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ, ນີ້​ຈະ​ເຮັດ​ໃຫ້​ກະຕິ​ກາຍິ່ງ​ຍຸດຕິ​ທຳ​ກວ່າ​ເກົ່າ.

ທ່ານ​ເສີນ​ຈື້ອູ ນັກ​ເສດຖະສາດ​ທີ່​ມີ​ຊື່​ສຽງ ສາ​ສະ​ດາ​ຈານ​ຕະຫຼອດຊີວິດ​ດ້ານ​ວິຊາ​ການ​ເງິນ​ຂອງ​ວິທະຍາ​ໄລຄຸ້ມ​ຄອງ​​ແຫ່ງ​ມະຫາວິທະ​ຍາ​ໄລປາ​ເລອາ​ເມ​ລິ​ກາກ່າວ​ວ່າ, ກົດໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນແມ່ນ​ການ​ຮັບປະກັນ​ລະບອບ​ສຳຄັນ​ຂອງ​ເສດຖະກິດ​ຕະຫຼາດ.