ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-14 17:46:19    
ອາ​ເມ​ລິ​ກາ​ຊົມ​ເຊີຍ​ສປປ​ເກົາ​ຫລີ​ເຊີນ​ທ່ານ​ບາ​ຣາ​ດີ​ໄປ​ຢ້ຽມ​ຢາມ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 13 ມີນາ​ນີ້, ຢູ່​ທີ່​ວໍ​ຊິງ​ຕັນ ທ່ານ​ທອມ ​ຄາ​ຊີ ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ໃຫ້​ສຳພາດ, ​ເຫັນ​ວ່າ, ສປປ​ເກົາຫລີ​ເຊີນທ່ານ​​ໂມ​ຮາ​ເມັດ ​ເອັນ ບາຣາດີ ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ​ໄປ​ຢ້ຽມຢາມ​ແມ່ນ​ບາດກ້າວ​ຕັ້ງໜ້າ​ທີ່​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ.

ໃນ​ງານ​ຖະ​ແຫຼງຂ່າວ, ທ່ານ​ຄາ​ຊີ​ເວົ້າວ່າ, ສປປ​ເກົາຫລີ​​ເຊື້​ອ​ເຊີນ​ທ່ານ​ບາຣາດີ​ໄປ​ຢ້ຽມຢາມຫຼັງຈາກ​ຕັດ​ການ​ພົວພັນ​ກັບ​ອົງການ​ພະລັງງານ​ປະລະມານູ​ສາກົນ 4 ປີມາ​ນີ້, ອາ​ເມ​ລິ​ກາ​ຮູ້ສຶກ​ດີໃຈຫຼາຍ, ຫວັງ​ວ່າ ການ​ຢ້ຽມຢາມ​ດັ່ງກ່າວ​ສາມາດ​ເຮັດ​ໃຫ້​ສປປ​ເກົາຫລີ​ປິດ​ສິ່ງ​ກໍ​ສ້າງ​ນິວ​ເຄຼຍຢົງ​ປຽນ​ ຕາມ​ຄຳ​ໝັ້ນສັນຍາ​ຂອງ​ເຂົາ​ທີ່​ທຳ​ອອກ​ໃນ​​ກອງ​ປະຊຸມ​​​ໄລຍະ​ທີ​ 3 ຂອງ​ການເຈລະຈາ 6 ຝ່າຍ​ຮອບ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ.

ວັນ​ທີ 13 ມີນາ​ນີ້, ທ່ານ​ບາຣາດີ​ເລີ່​ມດຳ​ເນີນ​ຢ້ຽມຢາມ​ສປປ​ເກົາຫລີ​ເປັນ​ເວລາ 2 ມື້. ທ່ານ​ຄາ​ຊີ​ແນະນຳ​ວ່າ, ຫຼັງຈາກສິ້ນ​ສຸດ​ການຢ້ຽມຢາມສປປ​ເກົາຫລີ​ແລ້ວ, ທ່ານ​ບາຣາດີ​ຈະ​ຢ້ຽມຢາມ​ປັກ​ກິ່ງ.