ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-16 17:10:13    
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຂອງ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ຈີນ​ອາ​ຊຽນ​ຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ

cri Author: mo
ຕາມ​ຂ່າ​ວສານ​ຊີ​ນຮວາ: ກອງ​ປະຊຸມ​ເວທີປຶກສາ​ຫາລື​ຂອງ​ອະທິການ​ບໍດີມະຫາວິທະຍາ​ໄລ​ຈີນ​ອາ​ຊຽນຄັ້ງທີ 2 ​ທີ່​ກະຊວງ​ສຶກສາ​ທິການ​ຈີນ​ແລະ​ອົງການ​ອິນ​ເຕີ​ເນັດ​ຂອງມະຫາວິທະຍາ​ໄລອາ​ຊຽນຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ​ຍ​ໃນ​ວັນ​ທີ 15 ມີນາ​ນີ້. ​ເຈົ້າໜ້າ​ທີ່​ຂອງ​ກະຊວງ​ສຶກສາ​ທິການ​ຈີນ ອົງການ​ອິນ​ເຕີ​ເນັດ​ມະຫາວິທະຍາ​ໄລ​ອາ​ຊຽນ ກອງ​ເລຂາ​ອາ​ຊຽນ, ພ້ອມ​ດ້ວຍ​ອະທິການ​ບໍດີຂອງ​ໂຮງຮຽນ​ຊັ້ນສູງ​ຈີນ 16 ​ແຫ່ງເຊັ່ນ​ມະຫາວິທະ​ຍາ​ໄລ​ປັກ​ກິ່ງ ມະຫາວິທະຍາ​ໄລ​ຝູຕ້ານ​ເປັນຕົ້ນ​ແລະ​ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ 15 ​ແຫ່ງຂອງ​ປະ​ເທດ​ອາ​ຊຽນ​ ລວມ 80 ກວ່າ​ທ່ານ​​ໄດ້ເຂົ້າຮ່ວມ​.

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຄັ້ງນີ້​ຈັດ​ເປັນ​ເວລາ 2 ມື້, ​ແລະ​ຈັດ​ຢູ່​ໃຕ້​ຂອບ​ຮ່ວມ​ມື​ຈີນ​ອາ​ຊຽນ, ຈຸດປະສົງ​ແມ່ນ​ເພື່ອ​ປັບປຸງ​ແລະ​ພັດທະນາ​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ວິຊາ​ການ​ລະຫວ່າງ​ຈີນ​ກັບ​ອົງການ​ອິນ​ເຕີ​ເນັດມະຫາ​ວິທະຍາ​ໄລ​ອາ​ຊຽນ.