ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-17 19:05:21    
ທ່ານ​ບັນ​ກີ​ມູນຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຕັ້ງໜ້າ​​ເຂົ້າ​ຮ່ວມ​ການ​ສ້າງສາ​ອີຣັກຄືນ​ໃໝ່

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 16 ມີນາ​ນີ້, ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຕັ້ງໜ້າ​ເຂົ້າ​ຮ່ວມ​ແຜນການ​ສ້າງ​ສາອີຣັກ​ຄືນ​ໃໝ່​ຂອງ "ສັນຍາ​ສາກົນ​ອີຣັກ", ຊ່ອຍ​ເຫຼືອອີຣັກດຳ​ເນີນ​ການ​ປະຕິ​ຮູບ​ເສດຖະກິດ​ແລະ​ສັງຄົມ​ໃນ 5 ປີ​ຕໍ່​ໄປ, ​ເພື່ອ​ໃຫ້​ອີຣັກກ້າວ​​ເຂົ້າ​ໂຄຈອນ​ພັດທະນາ​ປົກກະຕິ.

ຕອນ​ເຊົ້າ​ວັນ​ທີ 16 ມີນາ​ນີ້, ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​​ໃນ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​​ບັນຫາຊ່ອຍ​ເຫຼືອ​ອີຣັກທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະ​ຫະປະຊາ​ຊາດ, ທ່ານ​ບັນ​ກີ​ມູນ​ເວົ້າວ່າ, ອົງການ​ສະຫະ​ປະຊາ​ຊາດ​ສະໜັບສະໜູນ "ສັນຍາ​ສາກົນ​ອີຣັກ" ຢ່າງສຸດ​ຂີດ, ທ່ານ​ກ່າວ​ເນັ້ນ​ວ່າ, ການບັນລຸ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ແລະຫຼຸດເຫດການ​ກໍ່​ການ​ຮ້າ​ຍ​ໃຫ້​ໜ້ອຍ​ລົງແມ່ນ​ປະຖົມ​ປັດ​ໄຈ​ພື້ນຖານ​ທີ່ຮັບ​ປະ​ກັນ​ໃຫ້​ແຜນການ​ສ້າ​ງສາອີຣັກຄືນ​ໃໝ່​ບັນລຸ​ຜົນສຳ​ເລັດ.

ວັນ​ທີ 27 ກໍລະກົດ​ປີ 2006, ພາຍ​ໃຕ້​ການສະ​ໜັບສະ​ໜູນ​ຂອງ​ທະນາຄານ​ໂລກ, ອົງການ​ສະຫະ​ປະຊາ​ຊາດ​ແລະ​ລັດຖະບານອີຣັກ​​ໄດ້ພ້ອມ​ກັນສະ​ເໜີ​ແຜນການ​ສ້າງ​ສາອີຣັກ​ຄືນ​ໃໝ່​​​ໃນ "ສັນຍາ​ສາກົນ​ອີຣັກ"​, ປະສານ​ສົມທົບ​ກັບຄວາມ​ພະຍາຍາມ​​ຂອງ​ປະຊາ​ຄົມ​ໂລກເພື່ອຊ່ອຍ​ເຫຼືອອີຣັກ.