ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-21 20:14:29    
ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ແລະ​ເອີ​ລົບ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ປາ​ເລັສ​ຕິນ​ຊຸດ​ໃໝ່

cri
ຕາມ​ຂ່າວCRI,ພາຍຫຼັງ​ອົງການ​ຮາ​ມາສ​ແລະ​ອົງການ​ຟາ​ຕາ​ໄດ້​ສ້າງ​ຕັ້ງ​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕິນ​ແລ້ວ,ທ່າ​ທີ​ຂອງອາ​ເມລິກາ​ແລະ​ສະຫະພາບ​ເອີ​ລົບທີ່​ມີ​ຕໍ່​ລັດ​ຖະ​ບານ​ຊຸດ​ໃໝ່​ນັ້ນ​ໄດ້​ຮັບຄວາ​ມສົນ​ໃຈ​ທີ່​ສຸດຈາກ​ປະຊາ​ຄົມ​ໂລກໂດຍ​ຕະຫຼອດ.

ໜັງສື​ພິມ​ຮາ​ອາ​ເລັສຂອງ​ອິສຣາ​ແອນ​ແຈ່ງ​ຂ່າວ​ວ່າ,ວັນ​ທີ20​ມີນາ​ນີ້,ຢູ່​ທີ່​ລາມາ​ລາ,ທ່ານ​ເຈ​ຄອບ ວອນ​ສ ກົງ​ສູນ​ໃຫຍ່ຂອງອາ​ເມ​ລິ​ກາ​ປະຈຳ​ເຢລູຊາ​ເລັມ​ໄດ້​ເຈລະຈາ​ກັບ​ທ່ານ​ຊາ​ລາມ ຟາຢັດ ບຸກຄົນ​ທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດ ລັດຖະມົນຕີ​ວ່າການກະຊວງ​ການ​ເງິນ​ຂອງ​ລັດຖະບານ​ປາ​ສົມ​ແຫ່ງ​ຊາດ​ປາ​ເລັສຕິນ.ມື້​ດຽວ​ກັນ,ທ່ານ​ຟາ​ຢັດ​ໄດ້​ຢືນຢັນ​ຂ່າວ​ດັ່ງກ່າວ.​ແຕ່​ທ່ານ​ບໍ່​ໄດ້​​ເປີດ​ເຜີຍ​ລາຍ​ລະອຽດຂອງ​ການ​ເຈລະຈາ,ພຽງ​ແຕ່​ກ່າວ​ວ່າ​ຈຸດປະສົງ​ຂອງ​ການ​ເຈລະຈາ​ແມ່ນ​ເພື່ອ​ຊັກ​ຊວນ​ໃຫ້​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ເລີກ​ການ​ລົງ​ໂທດ​ທາງ​ເສດຖະກິດ​ຕໍ່ປາ​ເລັສຕິນ.

ມື້​ດຽວ​ກັນ,​ໂຄສົກ​​ເພດຍິງ​ຂອງ​ທ່ານຈາ​ເວ​ຍ​ໂຊ​ລາ​ນາ ຜູ່​ແທນ​ຊັ້ນ​ສູງ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ກໍ່​ໄດ້​ຢືນຢັນ​ວ່າ,​ມື້​ດຽວ​ກັນ,​ຢູ່​ກາ​ຊາ,​ທ່ານ​ມາກ​ໂອ​​ເຕ ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ຈິ​ອັດ ອາ​ບູ ອາມູ ບຸກ​ຄົນ​ບໍ່​ສັງ​ກັດ​ພັກ​ຝ່າຍ​ໃດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕິນ.​ໂຄ​ສົກ​ຜູ່​ນີ້​ກ່າວ​ວ່າ,​ຖ້າ​ວ່າ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ບໍ່​ສາ​ມາດ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນຍາ​ຂອງ​ເຂົາ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ​ໄດ້,​ສະ​ຫະ​ພາບ​ເອີ​ລົບ​ກໍ່​ບໍ່​ຫ່ອນ​ຈະ​ຟື້ນ​ຟູ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ ເສດ​ຖະ​ກິດ​ແກ່​ປາ​ເລັສ​ຕິນ​ໃນ​ໄລ​ຍະ​ສັ້ນ.

ວັນ​ທີ20​ມີ​ນາ​ນີ້,​ປະ​ເທດ​ສະ​ມາ​ຊິກ​ຈຳ​ນວນ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ເຊິ່ງ​ລວມ​ທັງ​ຝະ​ຣັ່ງ​ແລະ​ໂອ​ຕີຼສ​ກໍ​ພາ​ກັນ​ກ່າວ​ວ່າ​ຍິນ​ດີ​ຕິດ​ຕໍ່​ພົວ​ພັນ​ກັບ​ທ່ານ​ຈີ​ອັດ ອາ​ບູ ອາ​ມູ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕິນ.