ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-25 20:11:14    
ສື່​ມວນ​ຊົນ​ສ.ປ.ປ.​ເກົາ​ຫີຼ​ກ່າວ​ວ່າ​ການ​ຊ້ອມ​ລົບ​ຂອງ​ອາ​ເມ​ລິ​ກາ​ແລະ​ສ.​ເກົາ​ຫຼີ​ອາດ​ຈະ​ທຳ​ລາຍ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ

cri

ວັນ​ທີ25​ມີນາ​ນີ້,ໜັງ​ສື​ພິມ"ມີນຈູ ​ໂຈຊັນ" ສຽງຂອງ​ລັດຖະບານສ.ປ.ປ.​ເກົາຫີຼສະບັບ​ໄດ້ພິມ​ບົດ​ວິຈານ​ວ່າ,ການ​ຊ້ອມ​ລົບ​ປະສົມທີ່ອາ​ເມ​ລິ​ກາ​ກັບສ.​ເກົາຈັດ​ຂຶ້ນ​ແຕ່​ວັນ​ທີ25​ມີນາ​ນີ້​​ຈະ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສ.ປ.ປ.​ເກົາຫີຼກັບ​ອາ​ເມ​ລິ​ກາ​ເຄັ່ງ​ຕຶງ​ກວ່າ​ເກົ່າ,​ແລະອາ​ດຈະ​ສ້າງຜົນ​ຮ້າຍ​ຢ້ອນ​ຫຼັງອັນ​ໜັກໜ່ວງ​ທີ່​ທຳລາຍ​ການ​ເຈລະຈາ​ຫົກ​ຝ່າຍ.

ບົດ​ວິຈານ​ຂຽນວ່າ,ປັດຈຸບັນ,​ຢູ່ແຫຼມ​ເກົາຫຼີ​ໄດ້​ເກີດ​ມີ​ສະຖານະ​ການອັນ​ຕັ້ງໜ້າ​ທີ່​ສົນທະນາ​ກັນ​ແລະ​ຫາລື​ກັນ.​ເຊິ່ງ​ມີ​ຜົນ​ດີຕໍ່​ການຜ່ອນ​ຄາຍ​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ແຫຼມ​ເກົາຫຼີ.ພາຍ​ໃຕ້​ສະຖານະ​ການ​​ດັ່ງກ່າວ,ອາ​ເມ​ລິ​ກາ​ແລະສ.​ເກົາຫຼພັດີຈັດການ​ຊ້ອມ​ລົບ​ປະສົມ,ທັງ​ນີ້​ເໝືອນ​ດັ່ງ​ການ​ຫົດ​ນ້ຳ​ເຢັນ​ໃຫ້​ບັນຍາ​ກາດ​ສັນຕິພາບ​ຂອງ​​ແຫຼມ​ເກົາຫຼີ.