ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-26 10:24:27    
ທ່ານ​ອັບບັສ​ແລະ​ນາງ​ໄຣສ໌​ຫາ​ລື​ການ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ພິ​ເສດ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 25 ມີນາ​ນີ້, ທ່ານມາ​ຮາ​ມູດ ​ອັບບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກັບ​ນາງ​ຄອນ​ໂດ​ລີ​ຊາ ​ໄຣ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ໄປ​ຢາມ​​ໄດ້ຈັດການ​ເຈລະຈາ​​ຢູ່​ລາມາ​ລາ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ສອງ​ຝ່າຍ​ໄດ້​ຫາລື​ແຜນການ​ທີ່​ຮັບ​ເອົາປະ​ເທດ​ອາ​ລັບ​ທີ່​ບໍ່​ແຂງ​ກະດ້າງເຂົ້າຮ່ວມ​ການ​ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ​ປາ​ເລັສຕີນ​ອິສຣາ​ແອນ, ​ໃນ​ນັ້ນລວມທັງ​ການແຕ່ງຕັ້ງຄະນະ​ກຳມະການ​ພິ​ເສດ​ທີ່​ນຳ​ໂດຍ​ປະ​ເທດ​ອາ​ລັບ​​ເຫຼົ່ານັ້ນ.

ຄະນະ​ກຳມະການ​ດັ່ງກ່າວອາດຈະ​ນຳ​ໂດຍ​ ​ອາຣາບີ ຊາ​ອູ​ດິດຈະ​ຮ່ວມ​ມື​ກັບ 4 ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ ປາ​ເລັສຕີນ​ແລະ​ອິສຣາ​ແອນ, ຊຸກ​ຍູ້​ໃຫ້​ການ​ປະຕິບັດ​ຕາມຂໍ້​ລິ​ເລີ່​ມສັນຕິພາບ​ອາ​ລັບຄືນ​ໃໝ່. ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ກຽມສະ​ເໜີ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ປະ​​ເທດ​ອາ​ລັບ​ທີ່​ຈະ​ຈັດ​ຂຶ້ນຢູ່​ອາຣາບີ ຊາ​ອູ​ດິດ ​ໃນ​ສັບປະດາ​ໜ້າ.

ມື້​ດຽວ​ກັນ, ນາງ​ມີ​ລີ ​ເອຊິນ​​ ​ໂຄສົກ​ລັດຖະບານ​ອິສຣາ​ແອນ​ກ່າວ​ວ່າ, ຝ່າຍ​ອິສຣະ​ແອນ​ອາດ​ຈະ​ຊົມ​ເຊີຍ​ຄະນະ​ກຳມະການ​​ດັ່ງກ່າວ.