ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-28 15:51:30    
ການ​ສຳ​ຫຼວດ​ຄວາມ​ເຫັນ​ສະ​ແດງ​​ໃຫ້​ເຫັນ​ວ່າ,ຄົນ​ອາ​ເມ​ລິ​ກາ​ສ່ວນ​ຫຼາຍ​ເຫັນ​ວ່າ,ສົ່ງ​ທະ​ຫານ​ໄປ​ສູ່​ອີ​ຣັກ​​ບໍ່​ຖືກ​ຕ້ອງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27​ມີນາ​ນີ້,ໜັງສືພິມ​ຢູ​ເອັສ​ເອ ທູ​ເດ(USA TODAY)​ໄດ້​ປະກາດ​ຜົນການ​ສຳ​ຫຼວດຄວາມ​​ເຫັນ​ຫຼ້າ​ສຸດ​ຂອງ​ມວນ​ຊົນສະ​ແດງ​ໃຫ້​ເຫັນ​ວ່າ,ປັດຈຸບັນ,ມີ​ຄົນ​ອາ​ເມ​ລິກ56%​ເຫັນ​ວ່າ,ການ​ທີ່ອາ​ເມລິກາສົ່ງ​ທະ​ຫານໄປ​ສູ່​ອີຣັກ​​ເປັນສິ່ງ​ທີ່​ບໍ່​ຖືກຕ້ອງ,ເມື່ອ​ທຽບ​ກັບ4​ປີ​ກ່ອນ​ທີ່​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກ​ນັ້ນ,ຕົວ​ເລກດັ່ງກ່າວ​ໄດ້​ສູງ​ຂຶ້ນ33%.

ການ​ສຳ​ຫຼວດດັ່ງກ່າວ​ທີ່ໜັງສືພິມ​ຢູ​​ເອັສ​ເອ ທູ​​ເດ​ແລະ​ສະ​ຖາ​ບັນ​ການ​ສຳ​ຫຼວດຄວາມ​ເຫັນ"ການ​ລັບ"ໄດ້​ດຳ​ເນີນ​ຮ່ວມ​ກັນ​​ແຕ່​ວັນ​ທີ23​ຫາ​ວັນ​ທີ25​ມີນາ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ຖືກ​ສຳ​ຫຼວດ​60%ຂຶ້ນ​ໄປສະ​ໜັບສະ​ໜູນ​ລະຖະ​ສະພາ​ຊາດອາ​ເມ​ລິ​ກາຕັ້ງ​ຕາ​ລາງ​ເວລາ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີຣັກ,​ແລະ​43%ຂຶ້ນ​ໄປ​ເຫັນ​ວ່າ,ມາດ​ຕະການ​ເພິ່ມ​ກຳ​ລັງ​ທະຫານ​ລັດ​ຖະບາ​ນບຸ​ສບໍ່​ມີ​ບົດບາດ​​ປົວ​​ແປງ​ສະຖາ​ນະ​ການ​ຢູ່​​ແບັກ​ແດັດ​ໃຫ້​ດີ​ຂຶ້ນ​ໄດ້,22%​ເຫັນ​ວ່າ,ມາດ​ຕະການ​ທີ່​ເພິ່ມ​ກຳລັງ​ທະຫານ​​ໃນອີຣັກ​ນັ້ນຈະ​ເຮັດ​ໃຫ້​ສະຖານະ​ການ​ຂອງ​ແບັກ​​ແດັດຊຸດ​ໂຊມ​ລົງ​ຕື່ມ.